ຫວຽດນາມ ແບ່ງປັນບົດຮຽນແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ວັດຖຸລະເບີດທີ່ຕົກຄ້າງພາຍຫຼັງສົງຄາມ

(VOVWORLD) - ກອງປະຊຸມສຳມະນາກ່ຽວກັບຄວາມສ່ຽງຈາກລູກລະເບີດ, ວັດຖຸລະເບີດບໍ່ທັນແຕກທີ່ຕົກຄ້າງພາຍຫຼັງສົງຄາມໂດຍສູນສາກົນ ເຊີແນວ ກ່ຽວກັບການມ້າງທຳລາຍລູກລະເບີດມະນຸດສະທຳ (GICHD) ຈັດຕັ້ງໃນວັນທີ 5 ກັນຍາ, ຢູ່ສຳນັກງານ ສປຊ ທີ່ເຊີແນວ, ປະເທດສະວິດ. 
ຫວຽດນາມ ແບ່ງປັນບົດຮຽນແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ວັດຖຸລະເບີດທີ່ຕົກຄ້າງພາຍຫຼັງສົງຄາມ - ảnh 1 ພາບປະກອບ

ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ພ້ອມກັບຜູ້ຕາງໜ້າອົງການການຄ້າໂລກ (WTO) ແລະ ບັນດາອົງການສາກົນອື່ນໆຢູ່ເຊີແນວ, ເນັ້ນໜັກວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກມົນລະພິດຈາກລູກລະເບີດຫຼາຍທີ່ສຸດ ແລະ ແບກຫາບຢ່າງໜັກໜ່ວງທີ່ສຸດຢູ່ໃນໂລກ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ຫວຽດນາມ ມີບັນດາຄວາມມານະພະຍາຍາມສຳຄັນດ້ວຍແຫຼ່ງກຳລັງແຫ່ງຊາດເພື່ອແນໃສ່ແກ້ໄຂຜົນຮ້າຍຈາກລູກລະເບີດບໍ່ທັນແຕກ. ແຕ່ລະປີ, ລັດຖະບານໄດ້ລົງທຶນນັບຮ້ອຍຕື້ດົ່ງໃຫ້ບັນດາການເຄື່ອນໄຫວມ້າງທຳລາຍລູກລະເບີດ, ວັດຖຸລະເບີດບໍ່ທັນແຕກ, ສ້າງກອງທຶນທີ່ດິນຄືນໃໝ່, ຮັບປະກັນສິ່ງແວດລ້ອມ, ສ້າງເງື່ອນໄຂຄວາມປອດໄພໃຫ້ແກ່ການຜະລິດ… ໃນໄລຍະ 2016 – 2025, ລັດຖະບານໄດ້ວາງຈຸດໝາຍມ້າງທຳລາຍລູກລະເບີດ, ທຳຄວາມສະອາດໃຫ້ເນື້ອທີ່ດິນຖືກມົນລະພິດຈາກລູກລະເບີດໄດ້ປະມານ 800.000 ເຮັກຕາ…

        ເຂົ້າຮ່ວມກອງປະຊຸມສຳມະນາ, ບັນດາຜູ້ແທນມາຈາກຫຼາຍປະເທດໄດ້ປະກອບຄຳເຫັນກ່ຽວກັບບັນຫາຄຸ້ມຄອງຄວາມສ່ຽງຈາກລູກລະເບີດ ແລະ ວັດຖຸລະເບີດທີ່ຕົກຄ້າງພາຍຫຼັງສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ