ຫວຽດນາມ ແມ່ນ ຄູ່ຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຍຸດທະສາດ ຂອງ ຍີ່ປຸ່ນ

(VOVWORLD) -ການຢ້ຽມຢາມແນໃສ່ຫັນການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດເປັນລະອຽດຄືການປ້ອງກັນຄວາມສະຫງົບ, ເສດຖະກິດ… ມຸ່ງໄປເຖິງຫັນພາກພື້ນ ມະຫາສະໝຸດອິນເດຍ-ປາຊິຟິກ ເປັນພາກພື້ນເສລີ ແລະ ເປີດກວ້າງ.
ຫວຽດນາມ ແມ່ນ ຄູ່ຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຍຸດທະສາດ ຂອງ ຍີ່ປຸ່ນ - ảnh 1(ໜັງສືພີມ Mainichi - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນການນຳຕ່າງປະເທດຄົນທຳອິດ ໄດ້ຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງ)

ວັນທີ 22 ພະຈິກ, ບັນດາອົງການສື່ມວນຊົນໃຫຍ່ຂອງ ຍີ່ປຸ່ນ ຄື Mainichi, Nikkei, Jiji… ໄດ້ລົງຂ່າວ, ບົດຂຽນກ່ຽວກັບການຢ້ຽມຢາມ ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ   ຫວຽດນາມ ຟ້າມມິງຈິງ ຢ່າງເປັນທາງກາມ ລະຫວ່າງວັນທີ 22 ຫາ 25 ພະຈິກ.

        ໜັງສືພີມ Mainichi ເນັ້ນໜັກວ່າ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແມ່ນການນຳຕ່າງປະເທດຄົນທຳອິດ ໄດ້ຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການນັບແຕ່ເມື່ອອຳນາດການປົກຄອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ສະເໜີຕົວ. ການຢ້ຽມຢາມແນໃສ່ຫັນການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດເປັນລະອຽດຄືການປ້ອງກັນຄວາມສະຫງົບ, ເສດຖະກິດ… ມຸ່ງໄປເຖິງຫັນພາກພື້ນມະຫາສະໝຸດອິນເດຍ-ປາຊິຟິກ ເປັນພາກພື້ນເສລີ ແລະ ເປີດກວ້າງ. ໜັງສືພີມ Mainichi ຢັ້ງຢືນວ່າ ລັດຖະບານ ຍີ່ປຸ່ນ ໄດ້ຖືການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ເປັນສຳຄັນ. ການພົວພັນດ້ານການທູດກໍ່ພັດທະນາອັນດີງາມ, ເມື່ອເດື່ອນຕຸລາປີ 2020, ເວລາທີ່ທ່ານ Suga Yoshihide ຫາກໍໄດ້ຮັບຕຳແໜ່ງເປັນນາຍົກລັດຖະມົນຕີ ຍີ່ປຸ່ນ, ໄດ້ເລືອກ ຫວຽດນາມ ເປັນປະເທດທຳອິດໃນການ   ຢ້ຽມຢາມຕ່າງປະເທດ. ເນື່ອງໃນໂອກາດກອງປະຊຸມກ່ຽວກັບການປ່ຽນແປງດ້ານດິນຟ້າອາກາດໄດ້ຈັດຕັ້ງຢູ່ອັງກິດ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ມີການພົບປະສົນທະນາ ກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

        ໃນຂະນະນັ້ນ, ໜັງສືພີມ Nikkei ໃຫ້ຮູ້ວ່າ 2 ຝ່າຍຈະປຶກສາຫາລືກ່ຽວກັບການເພີ່ມທະວີການຮັບມືກັບໂລກລະບາດໂຄວິດ-19, ພ້ອມທັງຢັ້ງຢືນສຳລັບ ຍີ່ປຸ່ນ, ບັນດາປະເທດສະມາຊິກ ອາຊຽນ ແມ່ນຄູ່ຮ່ວມມືສຳຄັນທີ່ມີເປົ້າໝາຍດຽວກັນກັບ ຍີ່ປຸ່ນ, ໃນນັ້ນ ຫວຽດນາມແມ່ນຄູ່ຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຍຸດທະສາດ ແລະ ເປີດກວ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ