ຫວຽດ​ນາມ ແມ່ນ​ສະ​ມາ​ຊິ​ກ​ທີ່​ໄດ້​ຮັບ​ຄວາມ​ເຄົ​າ​ລົບ, ເປັນ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ມີ​ລັກ​ສະ​ນະ​ສ້າງ​ສາ

(VOVWORLD) -ນັບແຕ່ເວລາເຂົ້າເປັນສະມາຊິກອາຊຽນ, ຫວຽດນາມໄດ້ກາຍເປັນສ່ວນໜຶ່ງທີ່ສຳຄັນຂອງອົງການໃນພາກພື້ນນີ້, ຫວຽດນາມແມ່ນສະມາຊິກໄດ້ຮັບຄວາມເຄົາລົບທີ່ສຸດ, ເປັນໜ້າໄວ້ເນື້ອເຊື່ອໃຈ ແລະ ມີລັກສະນະສ້າງສາໃນອາຊຽນ. ຫວຽດນາມແມ່ນຂົວເຊື່ອມຕໍ່ລະຫວ່າງ 5 ປະເທດອາຊຽນ ທຳອິດ ກັບ ບັນດາປະເທດຄື: ກຳປູເຈຍ, ລາວ ແລະ ມຽນມາ ເຊິ່ງແມ່ນບັນດາປະເທດເຂົ້າເປັນສະມາຊິກຕາມຫຼັງ

ຫວຽດ​ນາມ ແມ່ນ​ສະ​ມາ​ຊິ​ກ​ທີ່​ໄດ້​ຮັບ​ຄວາມ​ເຄົ​າ​ລົບ, ເປັນ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ມີ​ລັກ​ສະ​ນະ​ສ້າງ​ສາ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມສຸດຍອດ ອາຊຽນຄັ້ງທີ 39

(ພາບ: TTXVN) 

        ຕາມຂໍ້ສັງເກດຂອງທ່ານ ປ.ອ Frederick Kliem, ນັກຊ່ຽວຊານຄົ້ນຄ້ວາສັງກັດ ສູນຄົ້ນຄ້ວາລັດທິຫຼາຍຝ່າຍ, ໂຮງຮຽນຄົ້ນຄ້ວາສາກົນ S.Rajaratanam, ສິງກະໂປແລ້ວ, ໃນເລວາ 25 ປີທີ່ຜ່ານມາ, ນັບແຕ່ເວລາເຂົ້າເປັນສະມາຊິກອາຊຽນ, ຫວຽດນາມໄດ້ກາຍເປັນສ່ວນໜຶ່ງທີ່ສຳຄັນຂອງອົງການໃນພາກພື້ນນີ້, ຫວຽດນາມແມ່ນສະມາຊິກໄດ້ຮັບຄວາມເຄົາລົບທີ່ສຸດ, ເປັນໜ້າໄວ້ເນື້ອເຊື່ອໃຈ ແລະ ມີລັກສະນະສ້າງສາໃນອາຊຽນ. ຫວຽດນາມແມ່ນຂົວເຊື່ອມຕໍ່ລະຫວ່າງ 5 ປະເທດອາຊຽນ ທຳອິດ ກັບ ບັນດາປະເທດຄື: ກຳປູເຈຍ, ລາວ ແລະ ມຽນມາ ເຊິ່ງແມ່ນບັນດາປະເທດເຂົ້າເປັນສະມາຊິກຕາມຫຼັງ. ທ່ານ ປ.ອ Frederick ໄດ້ຕີລາຄາວ່າ ເປັນຈະແຈ້ງແລ້ວວ່າ, ຫວຽດນາມສວມບົດບາດເປັນເຈົ້າການໃນປະຊາຄົມຄວາມໝັ້ນຄົງການເມືອງ, ພິເສດແມ່ນຄວາມໝັ້ນຄົງໃນພາກພື້ນ ແລະ ການເດີນເຮືອ. ຫວຽດນາມຍາມໃດກໍ່ຢູ່ແຖວໜ້າໃນຂົງເຂດນີ້. ທ່ານຖືວ່າ ດ້ວຍຄວາມເຄົາລົບເຊິ່ງຫວຽດນາມບັນລຸໄດ້ ໃນບັນດາປະເທດອາຊຽນ ແລະ ໃນປະຊາຄົມທົ່ວໂລກນັ້ນ, ຫວຽດນາມ ສາມາດສວມບົດບາດນຳໜ້າໃນພາກພື້ນໄດ້ຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ