ຫວຽດນາມ ແລະ EU ສິ້ນສຸດ ການເຈລະຈາ FTA ຖືກຕາມການກຳນົດເວລາ

ຫວຽດນາມ ແລະ EU ສິ້ນສຸດ ການເຈລະຈາ FTA ຖືກຕາມການກຳນົດເວລາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິງ​ມິ​ງ
ຕ້ອນຮັບທ່ານ​ນາງ Catherine Ashton, ຮອງ​ປະທານ​ຄະນະ​ກຳມະການ​ເອີ​ລົບ (EC)
(ພາບ: chinhphu.vn)


(vovworld) –  ວັນ​ທີ 12/08, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິງ​ມິ​ງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາງ Catherine Ashton, ຮອງ​ປະທານ​ຄະນະ​ກຳມະການ​ເອີ​ລົບ (EC), ຜູ້ຕາງໜ້າ​ຂັ້ນ​ສູງ​ຂອງ​ສະຫະພາບ​ເອີ​ລົບ (EU) ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ຄວາມ​ສະຫງົບ.

        ທີ່​ການ​ເຈລະຈາ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າມບິງ​ມິ​ງ ຂອບ​ໃຈ​ຄະນະ​ກຳມະການ​ເອີ​ລົບ ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຊ່ວຍ​ເຫຼືອ​ລ້າ​ໃຫ້​ແກ່​ຫວຽດນາມ ​​ໄລຍະ 2014 – 2020 ຂຶ້ນ​ເຖິງ 400 ລ້ານເອີ​ໂລ. 2 ຝ່າຍ​ໄດ້​ເຫັນ​ດີ ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ; ​ເພີ່ມ​ທະວີ​ການ​ທາ​ບທາມ​ຄວາມ​ເຫັນ ​ແລະ ສົມທົບ​ກັນ​ທີ່​ບັນ​ດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ; ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ EU ລົງທຶນ, ດຳ​ເນີນ​ທຸລະ​ກິດ​ໄລຍະ​ຍາວ​ຢູ່​ຕະຫຼາດ​ຂອງ​ກັນ. ຄຽງ​ຂ້າງ​ນັ້ນ, ຫວຽດນາມ ​ແລະ EU​ ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມມື​ໃນ​ຂົງ​ເຂດ​ການ​ສຶກສາ, ​ເຕັກ​ໂນ​ໂລ​ຊີ, ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ​ເນື່ອງ​ໃນ​ໂອກ​າດນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິງ​ມິ​ງ ສະ​ເໜີ​ໃຫ້ EU ອະນຸມັດ​ຜ່ານ​ສັນຍາ​ແມ່​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມືຢ່າງຮອບດ້ານ ​​ແລະ ຕັ້ງໜ້າຊຸກ​ຍູ້​ການ​ຮ່ວມ​ມືຮອບດ້ານ​ເພື່ອ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ຫວຽດນາມ - EU ​ໃຫ້​ຖືກ​ຕາມ​ກຳນົດ​ເວລາ​.

        ຕາມ​ທ່ານ​ນາງ Catherine Ashton ​ແລ້ວ, ການ​ພົວພັນ​ລະຫວ່າງ​ຫວຽດນາມ - EU ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ໃນ​ຫຼາຍ​ຂົງ​ເຂດ ​ໃນ​ໄລຍະ​ຫວ່າງ​ແລ້ວ​ນີ້. ປະຈຸ​ບັນ EU ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ. ທ່ານ​ນາງ Catherine Ashton ຢືນຢັນ​ວ່າ EU ​ໃຫ້​ຄຳ​ໝັ້ນ​ສັນຍາ ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ພັດທະນາ.

ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ EU ຈະ​ແມ່ນ​ກາລະ​ໂອກາດ​ສຳລັບບັນດາ​ວິ​ສາ​ຫະກິດ​ຫວຽດນາມ, ສ້າງ​ບັນດາ​ເງື່ອນ​ໄຂ​ຕະຫຼາດ​ສະດວກ​ສະບາຍ ​ເພື່ອ​ໃຫ້​ສິນຄ້າ​ສົ່ງ​ອອກປະ​ເພດ​ຕ່າງໆ​ຂອງ​ຫວຽດນາມ​ສຳ​ພັດ​ກັບ​ EU ຢ່າງ​ງ່າຍດາຍ. ບັນດາ​ການ​ເຈລະຈາ​ພວມ​ດຳ​ເນີນ​ໄປ​ດີ​ທີ່​ສຸດ ​ແລະ ຂ້າພ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ບັນດາ​ການ​ເຈລະຈາ​ຈະ​ນຳ​ມາ​ເຊິ່ງໝາກຜົນ​ອັນ​ດີງາມ, ​ແລະ​ຈະ​ສຳ​ເລັດ​ສັນຍາ​ດັ່ງກ່າວຕາມ​ກຳນົດ​​ເວລາໃນ​ທ້າຍ​ປີ 2014 .

        ສອງຝ່າຍ​ກໍ່​ພ້ອມ​ກັນ​ແລກປ່ຽນ​ບັນດາ​ບັນຫາ​ຮ່ວມ​ມື​ຫຼາຍ​ຝ່າຍ, ​ໃນ​ນັ້ນ​ມີ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ. EU ປາດ​ຖະໜາ​ວ່າ ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ໂດຍ​ສັນຕິ ຜ່ານ​ການ​ເຈລະຈາ ​ແລະ ຮ່ວມ​ມື, ​​ເຄົາລົບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນ​ທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ທ່ານນາງ​ຮອງ​ປະທານ EC ກໍ່​ຕີ​ລາຄາ​ສູງ​ບົດບາດ​ຂອງ​ຫວຽດນາມ ​ໃນ​ອາ​ຊຽນ, ຫວັງ​ວ່າຫວຽດນາມ​ຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສາກົນ, ​ໂດຍ​ລະອຽດ​ແມ່ນ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ສປຊ.

ຂ່າວ/ບົດ​ອື່ນ