ຫວຽດນາມ ແລະ Senegal ເພີ່ມທະວີການຮ່ວມມືເສດຖະກິດ - ການຄ້າ
ທ່ານ ຟ້າມກວກຈຸ ພົບປະກັບການນຳ Senegal
(ພາບ: tintuc)
(vovworld) – ໃນໄລຍະປະຕິບັດງານແຕ່ວັນທີ 10 – 13/01/2017, ທ່ານ ຟ້າມກວກຈຸ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Algeria ທັງຮັບຜິດຊອບ Senegal ໄດ້ມາ Senegal ເພື່ອຍື່ນສານມອບສິດຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າວກວາງ. ໃນການປະຕິບັດງານຄັ້ງນີ້ ທ່ານເອກອັກຄະລັດຖະທູດ ຟ້າມກວກຈຸ ມີບັນດາການພົບປະ ແລະ ເຮັດວຽກກັບລັດຖະມົນຕີກະຊວງການຕ່າງປະເທດ, ລັດຖະມົນຕີກະຊວງໄປຊະນີ - ໂທລະຄົມມະນາຄົມ, ລັດຖະມົນຕີກະຊວງສົ່ງເສີມການລົງທຶນ ແລະ ຄູ່ຮ່ວມມື ແລະ ບັນດາການນຳບາງກະຊວງ, ຂະແໜງການຂອງ Senegal.
ທີ່ບັນດາການພົບປະ, 2 ຝ່າຍປຶກສາຫາລືມາດຕະການຫລາຍຢ່າງ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືໃນໄລຍະຈະມາເຖິງກ່ວາອີກ. 2 ຝ່າຍກໍ່ເຫັນດີເປັນເອກະພາບ ຄວນເພີ່ມທະວີການແລກປ່ຽນບັນດາຄະນະ ວິສາຫະກິດ, ສ້າງເງື່ອນໄຂໃຫ້ວິສາຫະກິດ 2 ຝ່າຍ ເຂົ້າຮ່ວມບັນດາງານຕະຫລາດນັດວາງສະແດງສາກົນໃຫຍ່ ເຊິ່ງຈັດຕັ້ງຢູ່ແຕ່ລະປະເທດ. ຫວຽດນາມ ແລະ Senegal ສ້າງເງື່ອນໄຂໃຫ້ວິສາຫະກິດ 2 ຝ່າຍໄປມາລົງທຶນ, ດຳເນີນທຸລະກິດຢູ່ຕະຫລາດຂອງກັນ; ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມການຄ້າໃນຂອບເຂດອົງການຈັດຕັ້ງສາກົນໃຊ້ພາສາຝະລັ່ງ; ຍົກສູງບົດບາດຂອງບັນດາອົງການຕ່າງໜ້າການທູດ 2 ປະເທດ ໃນການແລກປ່ຽນຂໍ້ມູນຂ່າວກ່ຽວກັບຕະຫລາດ ແລະ ໜູນຊ່ວຍວິສາຫະກິດ.