ຫວຽດນາມ ແລະ ກູບາ ເພີ່ມທະວີການຮ່ວມມືກັນດ້ານກິລາ

(VOVWORLD) -ທ່ານເວືອງບິກແທ໋ງ ຫົວໜ້າກົມໃຫຍ່ກິລາກາຍຍະກຳ ໄດ້ແນະນຳກ່ຽວກັບສູນຝຶກອົບຮົມ ແລະ ແຂ່ງຂັນກິລາຮ່າໂນ້ຍ, ຢັ້ງຢືນວ່າ ນີ້ແມ່ນໜຶ່ງໃນບັນດາສູນບຳລຸງສ້າງນັກກິລາທັນສະໄໝທີ່ສຸດຢູ່ຫວຽດນາມ

ຫວຽດນາມ ແລະ ກູບາ ເພີ່ມທະວີການຮ່ວມມືກັນດ້ານກິລາ - ảnh 1 ບັນຍາກາດຂອງການເຮັດວຽກ

(ພາບ:bvhttdl.gov.vn)

ຕອນບ່າຍວັນທີ 7 ເມສາ, ໃນຂອບເຂດລາຍການເຮັດວຽກຂອງຄະນະປະທານສະຖາບັນກິລາ ແລະ ບັນເທິງກູບາ (INDER) ຢູ່ຫວຽດນາມ, ທ່ານ Antonio Eduardo Becali Garrido ປະທານ INDER, ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ສູນຝຶກອົບຮົມ ແລະ ແຂ່ງຂັນກິລາຮ່າໂນ້ຍ (ຫວຽດນາມ). ທີ່ການຕ້ອນຮັບຄະນະ: ທ່ານເວືອງບິກແທ໋ງ ຫົວໜ້າກົມໃຫຍ່ກິລາກາຍຍະກຳ ໄດ້ແນະນຳກ່ຽວກັບສູນຝຶກອົບຮົມ ແລະ ແຂ່ງຂັນກິລາຮ່າໂນ້ຍ, ຢັ້ງຢືນວ່າ ນີ້ແມ່ນໜຶ່ງໃນບັນດາສູນບຳລຸງສ້າງນັກກິລາທັນສະໄໝທີ່ສຸດຢູ່ຫວຽດນາມ.

        ສ່ວນທ່ານ ປະທານ Antonio Eduardo Becali Garrido ໃຫ້ຮູ້ວ່າ ກູບາ ພວມລົງທຶນຢ່າງແຮງໃຫ້ນັກກິລາລຸ້ນໜຸ່ມ ທີ່ມີຄວາມສາມາດຈະຄວ້າໄດ້ຫຼຽນທີ່ ໂອລີມປິກ ໂຕກຽວ ປີ 2020. ການຢ້ຽມຢາມສູນຝຶກອົບຮົມ ແລະ ແຂ່ງຂັນກິລາຮ່າໂນ້ຍຂອງຄະນະຄັ້ງນີ້, ເພື່ອແນໃສ່ຊອກຫາສະຖານທີ່ຝຶກອົບຮົມໃຫ້ບັນດາທິມກິລາຂອງກູບາ, ຊ່ວຍໃຫ້ນັກກິລາຂອງກູບາສາມາດທຳຄວາມລຶ້ງເຄີຍກັບສະພາບການ, ດິນຟ້າອາກາດທີ່ຄ້າຍຄືກັນກ່ອນຈະເຂົ້າຮ່ວມໂອລິມປິກໂຕກຽວ ປີ 2020. ນີ້ແມ່ນການຮ່ວມມືຈະນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ. ກູບາຈະໜູນຊ່ວຍຫວຽດນາມ, ນັກຊ່ຽວຊານຕີມວຍເກັ່ງ ແລະ ນັກຊ່ຽວຊານໃນບັນດາປະເພດກິລາອື່ນໆຄື: ບານສົ່ງ, ແລ່ນ ແລະ ກາຍຍະກຳ, ຍົກນ້ຳໜັກ ແລະ ລ່ອຍນ້ຳ ໃຫ້ແກ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ