ຫວຽດນາມ ແລະ ຈີນ ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ

ຫວຽດນາມ ແລະ ຈີນ ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ - ảnh 1
ການ​ລົງ​ນາມ​ລະ​ຫວ່າງ 2 ຝ່າຍ
(ພາບ: ຮ່າ​ຖັ໋ງ, ດິ່ງ​ຕ໋​ວນ
/VOV5)

(vovworld) – ​​​ ​​​​ຕອນ​ບ່າຍ​ວັນ​ທີ 17/4, ເນື່ອງ​ໃນ​ໂອ​ກາດ​ນຳ​ໜ້າ​ຄ​ະ​ນະ​ຜູ້​ແທນ ຫວຽດ​ນາມ ໄປ​ຈີນ, ດຳ​ເນີນ​​ຂອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ກຳ​ມະ​ການ​ຊີ້ນ​ຳ​ການ​ຮ່ວມ​ມື 2 ຝ່າຍ ຫວຽດ​ນາມ - ຈີນ ຕາມ​ຄຳ​ເຊີນ​ຂອງ​ທ່າ​ນ ຢ່າງ​ເຈຍ​ສ​ື, ກຳ​ມະ​ການ​ລັດ​ຖະ​ບານ ຈີນ, ​ທ່ານ ຟ້າມ​ບີ່ງມ​ີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ​ໄດ້​ເຈ​ລະ​ຈາ​ກັບ​ທ່ານ ເຢົາ​ເຈິງ​ເຊີງ, ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ ຢ​ູ​່​ນະ​ຄອນ ປັກ​ກິ່ງ. ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງມ​ີງ ໄດ້​ຢັ້ງ​ຢືນ​ວ່າ ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ການ​ພັດ​ທະ​ນາ​​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ຮອບ​ດ້ານເປັນ​ປົກ​ກະ​ຕິ, ປອດ​ໄສ, ໝັ້ນ​ຄົງ​ເຂັ້ມ​ແຂງ​ກັບພັກ, ລັດ ແລະ ປະ​ຊາ​ຊົນ​ຈີນ ເປັນ​ສຳ​ຄັນ. ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງມ​ີງ ເນັ້ນ​ໜັກ​ວ່າ: 2 ຝ່າຍ​ຮັກ​ສາ​ການ​ແລກ​ປ່ຽນ, ພົບ​ປະ​ຂັ້ນ​ສູງ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງດ​້ານ​ການ​ເມືອງ, ປັບ​ປຸງ ແລະ ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ. ຕາມທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງມ​ີງ ​ແລ້ວ, ການ​ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ, ແກ້​ໄຂ​ບັນ​ດາ​​ການ​ຂັດ​ແຍ້ງ​ກັນ​ບົນ​ທະ​ເລ​ໂດຍ​ສັນ​ຕິ​ວິ​ທີ​, ເໝາະ​ສ​ົມ​ກັບ​ກົດ​ໝາຍ​ສາ​ກົນ ແລະ ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ແມ່ນ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ, ຍາວ​ນານ​ຂອງ 2 ປະ​ເທດ ແລະ ປະ​ຊາ​ຊົນ 2 ປະ​ເທດ, ກໍ່​ຄື​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

        ສ່ວນ​ ທ່ານ ​ເຢົາ​ເຈິງ​ເຊີງ, ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ ຢັ້ງ​ຢືນ​ວ່າ: ຈີນ ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄ​ຽງ​ມິດ​ຕະ​ພາບ ແລະ ການຮ່ວມ​ມື​ຮອບ​ດ້ານ​ກັບ ຫວຽດ​ນາມ. ຈີນ ພ້ອມ​ແລ້ວ​ຈະ​ພ້ອມ​ກັບ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ, ເປີດ​ກ້​ວາງ​ການ​ພົວ​ພັນ​ມິດ​ຕະ​ພາບ​ປະ​ຊາ​ຊົນ, ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ​ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຢູ່​ພາກ​ພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ