ຫວຽດນາມ ແລະ ນິວຊີແລນ ມຸ່ງໄປສູ່ການພົວພັນຄູ່ຮ່ວມມືຍຸດທະສາດ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄປຢ້ຽມຢາມ ນິວຊີແລນຢ່າງເປັນທາງການ ໃນລະຫວ່າງວັນທີ 12 – 14 ມີນາ, ເນື່ອງໃນໂອກາດນີ້ ສອງປະເທດໄດ້ອອກຖະແຫຼງການຮ່ວມ.
ຫວຽດນາມ ແລະ ນິວຊີແລນ ມຸ່ງໄປສູ່ການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1ທ່ານນາຍົກລັດຖະມົນຕີ ນິວຊີແລນ ຕ້ອນຮັບ ທ່ານນາຍົກລັດຖະມົນຕີຫວຽດນາມ ແລະ ພັນລະຍາ

ໃນຖະແຫຼງການຮ່ວມຊີ້ແຈ້ງວ່າ: ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ໄດ້ເຫັນດີເປັນເອກະພາບ ຈະເພີ່ມທະວີການ ແລກປ່ຽນບັນດາການຢ້ຽມຢາມຂັ້ນສູງຢ່າງເປັນປະຈຳ; ສືບຕໍ່ຮັກສາບັນດາກົນໄກກ່ຽວກັບການຮ່ວມມື ສອງຝ່າຍ, ລວມທັງ ຄະນະກຳມະການປະສົບເສດຖະກິດ ແລະ ການຄ້າ, ການເຈລະຈາດ້ານປ້ອງກັນ ຊາດສອງຝ່າຍ ແລະ ປຶກສາຫາລືດ້ານການເມືອງ, ເພື່ອແນ່ໃສ່ແລກປ່ຽນ ກ່ຽວກັບບັນດາບັນຫາທີ່ ຕ່າງຝ່າຍຕ່າງມີຄວາມສົນໃຈເຊັ່ນ ການປ່ຽນແປງຂອງດິນຟ້າອາກາດ, ໂຄງສ້າງພາກພື້ນ, ກົງສູນ, ການຮ່ວມມືກ່ຽວກັບບັນດາບັນຫາສິດທິມະນຸດ ແລະ ບັນດາບັນຫາອື່ນໆອີກ.

        ສອງຝ່າຍສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສຫຼາຍຝ່າຍ ແລະ ພາກພື້ນ ເປັນຕົ້ນແມ່ນ ອົງການການຄ້າໂລກ (WTO), ເວທີປາໄສເສດຖະກິດ ອາຊີ - ປາຊີຟິກ (APEC), ກອງປະຊຸມສຸດຍອດ ອາຊີ - ເອີຣົບ (ASEM), ເວທີປາໄສພາກພື້ນອາຊຽນ (ARF), ກອງປະຊຸມລັດ ຖະມົນຕີກະຊວງປ້ອງກັນປະເທດເປີດກວ້າງ (ADMM+) ແລະ ກອງປະຊຸມສຸດຍອດອາຊີ - ຕາເວັນອອກ (EAS) ແນ່ໃສ່ເພີ່ມທະວີຄວາມວັດທະນາຖາວອນໃນພາກພື້ນ, ແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງ ໃນພາກພື້ນ ແລະ ເພີ່ມທະວີການຮ່ວມມື ໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ

        ທັງສອງຝ່າຍເນັ້ນໜັກຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນນະພາບຢູ່ທະເລຕາເວັນອອກ ຜ່ານການປະຕິບັດບັນດາຄຳໝັ້ນສັນຍາສາກົນຢ່າງເຂັ້ມງວດ, ເຄົາລົບບັນດາວິວັດການທາງນິຕິກຳ ແລະ ການທູດ, ແກ້ໄຂບັນດາຂໍ້ຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ ແລະ ຮັກສາຄວາມເສລີໃນການເດີນເຮືອ ແລະ ທາງອາກາດ, ບົນພື້ນຖານ ກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ການນຳສອງປະເທດໄດ້ສົ່ງເສີມການປະຕິບັດ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາ ເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ກໍຄືບັນລຸໄດ້ ກົດແຫ່ງການປະພຶດ ຢູ່ທະເລຕາເວັນອອກ(COC)ໂດຍໄວ ຢ່າງປະສິດທິຜົນ ແລະ ແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ