ຫວຽດນາມ ແລະ ນອກແວ ຊຸກຍູ້ການຮ່ວມມືຍຸດທະສາດໃນຂົງເຂດຫັນພະລັງງານເປັນສີຂຽວ ແລະ ເສດຖະກິດທະເລແບບຍືນຍົງ

(VOVWORLD) - 2 ຝ່າຍໃຫ້ຄຳໝັ້ນສັນຍາຈະເຮັດໃຫ້ການພົວພັນດ້ານການເມືອງເລິກເຊິ່ງຂຶ້ນຕື່ມ ຜ່ານບັນດາການຢ້ຽມຢາມຂັ້ນສູງ, ເພີ່ມທະວີກົນໄກຮ່ວມມື 2 ຝ່າຍທີ່ມີຢູ່ແລ້ວ.
ຫວຽດນາມ ແລະ ນອກແວ ຊຸກຍູ້ການຮ່ວມມືຍຸດທະສາດໃນຂົງເຂດຫັນພະລັງງານເປັນສີຂຽວ ແລະ ເສດຖະກິດທະເລແບບຍືນຍົງ - ảnh 1ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ແລະ ທ່ານນາຍົກລັດຖະມົນຕີ ນອກແວ Jonas Gahr Støre
(ພາບ: dangcongsan.vn)

        ໃນຂອບເຂດການຢ້ຽມຢາມ ນອກແວ, ວັນທີ 24 ພະຈິກ, ຢູ່ນະຄອນ Oslo, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ໄດ້ດຳເນີນການເຈລະຈາກັບທ່ານນາຍົກລັດຖະມົນຕີ ນອກແວ Jonas Gahr Støre. ສິ້ນສຸດການເຈລະຈາ, 2 ຝ່າຍໄດ້ອອກແຈ້ງການສື່ມວນຊົນຮ່ວມ.

        ແຈ້ງການໄດ້ເນັ້ນໜັກວ່າ, ການເດີນທາງໄປຢ້ຽມຢາມ ນອກແວ ຂອງທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ສະແດງໃຫ້ເຫັນຢ່າງຈະແຈ້ງຄຳໝັ້ນສັນຍາຂອງ 2 ຝ່າຍ ເພື່ອຊຸກຍູ້ການພົວພັນມິດຕະພາບອັນຍາວນານ ແລະ ຮ່ວມມືຫຼາຍດ້ານ. 2 ຝ່າຍໃຫ້ຄຳໝັ້ນສັນຍາຈະເຮັດໃຫ້ການພົວພັນດ້ານການເມືອງເລິກເຊິ່ງຂຶ້ນຕື່ມ ຜ່ານບັນດາການຢ້ຽມຢາມຂັ້ນສູງ, ເພີ່ມທະວີກົນໄກຮ່ວມມື 2 ຝ່າຍທີ່ມີຢູ່ແລ້ວ. 2 ຝ່າຍໄດ້ປຶກສາຫາລືຄວາມອາດສາມາດສ້າງການຮ່ວມມືຍຸດທະສາດໃນຂົງເຂດຫັນປ່ຽນພະລັງງານສີຂຽວ ແລະ ເສດຖະກິດທະເລແບບຍືນຍົງ.

        ແຈ້ງການກໍ່ໃຫ້ຮູ້ວ່າ, ຫວຽດນາມ ແລະ ນອກແວ ປາດຖະໜາຢາກຍູ້ໄວວິວັດການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ສະຫະສະມາຄົມການຄ້າເສລີ ເອີລົບ (EFTA), ຜ່ານນັ້ນ, ກໍ່ຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນໃຫ້ຫຼາຍກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ