ຫວຽດນາມ ແລະ ບຣາຊິນທຳລາຍສະຖິຕິ ໃນການແລກປ່ຽນການຄ້າ

ຫວຽດນາມ ແລະ ບຣາຊິນທຳລາຍສະຖິຕິ ໃນການແລກປ່ຽນການຄ້າ - ảnh 1
(ພາບປະກອບ)

(vovworld) – ການ​ແລກປ່ຽນ​ການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ບຣາຊິນ ​ໄລ່​ຮອດ​​ທ້າຍເດືອນ 10/2014 ​ໄດ້​ລື່ນ​ກາຍ​ວົງ​​ເງິນ​ການ​ຄ້​າຂອງ​ທັງ​ປີ 2013, ບັນລຸ 2,5 ຕື້ USD. ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ກະຊວງ​ພັດທະນາ, ອຸດສາຫະກຳ ​ແລະ ການ​ຄ້າ​ຕ່າງປະ​ເທດ ບຣາຊິນ ​ແລ້ວ, ການ​ແລກປ່ຽນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ໃນ 10 ​ເດືອນ​ຕົ້ນ​ປີ 2014 ​ເພີ່ມ​ຂຶ້ນ​ເກືອບ 36% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013, ດ້ວຍ​ລະດັບ​ສົ່ງ​ອອກ​ເກີນ​ດູ​ນ​ແມ່ນຂຶ້ນ​ກັບ​ຝ່າຍ ຫວຽດນາມ. ​ຕົວ​ເລກ​ສະ​ຖິຕິຊີ້​ໃຫ້​ເຫັນ​ວ່າ, ​ໄລ່​ມາ​ຮອດ​​ເດືອນ 10, ຫວຽດນາມ ​ໄດ້​ສົ່ງ​ອອກສິນຄ້າ​​ໄປ​ຍັງ​ບຣາຊິນ ບັນລຸມູນ​ຄ່າ​ເກືອບ 1,3 ຕື້ USD ​ແລະ ນຳ​ເຂົ້າ 1,26 ຕື້ USD.  ບັນດາ​ສິນຄ້າ​ຕົ້ນ​ຕໍ​ເຊິ່ງ​ຫວຽດນາມ ສົ່ງ​ໄປ​ຍັງ​ບຣາຊິນ ສ່ວນ​ຫຼາຍ​ແມ່ນ​ໂທລະ​ສັບ ​ແລະ ​ເຄື່ອງອາ​ໄຫຼ່​, ​ເກີ​ບ, ປາ​ Phile ແຊ່​ເຢັນ… ​ໃນ​ຂະນະ​ນັ້ນ, ຫວຽດນາມ ນຳ​ເຂົ້າ​ສິນຄ້າ​ຈາກ​ບຣາຊິນ ສ່ວນ​ຫຼາຍ​ແມ່ນ ​ແກ່ນ​ສາລີ, ຖົ່ວ​ເຫຼືອງ ​ແລະ ຜະລິດ​ຕະພັນ​ຈາກ​ຖົ່ວ​ເຫຼືອງ, ຝ້າຍ…

        ບຣາຊິນ ​ແມ່ນ​ຄູ່​ຄ້າລາຍ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ຢູ່​ອາ​ເມ​ລິ​ກາ​ລາ​ຕິນ. ປີ 2013, ການ​ແລກປ່ຽນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ບັນລຸກວ່າ 2.3 ຕື້ USD ​ແລະ ​ເປັນ​ປີ​ທຳ​ອິດ ທີ່ການ​ແລກປ່ຽນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ລື່ນ​ກາຍ​ລະດັບ 2 ຕື້ USD.

ຂ່າວ/ບົດ​ອື່ນ