ຫວຽດນາມ ແລະ ມາດາກາສກາ ເພີ່ມທະວີການຮ່ວມມື

(VOVWORLD) -ຕອນບ່າຍວັນທີ 8/5, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈິນດ້າຍກວາງໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີທຳນຽບປະທານາທິບໍດີມາດາກາສກາ Rakatovao Rivo ຊຶ່ງພວມຢ້ຽມຢາມຫວຽດນາມ
ຫວຽດນາມ ແລະ ມາດາກາສກາ ເພີ່ມທະວີການຮ່ວມມື - ảnh 1ທ່ານປະທານປະເທດຫວຽດນາມ ເຈິນດ້າຍກວາງຕ້ອນຮັບທ່ານລັດຖະມົນຕີທຳນຽບປະທານາທິບໍດີມາດາກາສກາ Rakatovao Rivo 

ທ່ານປະທານປະເທດຫວຽດນາມ ເຈິນດ້າຍກວາງ ເນັ້ນໜັກວ່າ ຫວຽດນາມພ້ອມແລ້ວທີ່ຈະຮ່ວມມືກັບ ມາດາກາສກາ ໃນບັນດາຂົງເຂດທີ່ຫວຽດນາມມີທ່າແຮງ ແລະ ມາດາກາສກາມີຄວາມຕ້ອງການ ເປັນຕົ້ນແມ່ນກະສີກຳ, ການຄ້າ ແລະ ການລົງທຶນ. ທ່ານປະທານປະເທດຫວຽດນາມ ເຈິນດ້າຍກວາງ ຫວັງວ່າ ໃນໄລຍະທີ່ຈະມາເຖິງ, 2 ຝ່າຍສົ່ງເສີມວິສາຫະກິດ 2 ປະເທດໄປມາຊອກຫາໂອກາດລົງທຶນ ດຳເນີນທຸລະກິດ.

    ສ່ວນທ່ານລັດຖະມົນຕີທຳນຽບປະທານາທິບໍດີມາດາກາສກາ Rakatovao Rivo ໃຫ້ຮູ້ວ່າ ກະສີກຳ, ລ້ຽງສັດແມ່ນບັນດາຂົງເຂດທີ່ສຳຄັນຊຶ່ງ ມາດາກາສກາ ຫວັງຢາກຮ່ວມມືກັບຫວຽດນາມ, ທ່ານລັດຖະມົນຕີທຳນຽບປະທານາທິບໍດີມາດາກາສກາ Rakatovao Rivo ເຊື່ອໝັ້ນວ່າ ໃນການຢ້ຽມຢາມຄັ້ງນີ້, 2 ຝ່າຍຈະບັນລຸຂໍ້ຕົກລົງຮ່ວມມືຫຼາຍສະບັບ, ເປັນຕົ້ນແມ່ນໃນຂົງເຂດກະສີກຳ.

ຕອບກັບ

ຂ່າວ/ບົດ​ອື່ນ