ຫວຽດນາມ ແລະ ລັດເຊຍຍູ້ແຮງການຮ່ວມມືພັດທະນາດ້ານເຕັກນິກການທະຫານ


ຫວຽດນາມ ແລະ ລັດເຊຍຍູ້ແຮງການຮ່ວມມືພັດທະນາດ້ານເຕັກນິກການທະຫານ - ảnh 1
​ທ່ານ​ພົນ​ໂທ ເຈືອງກວກ​ແຄ້ງ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຫວຽດ​ນາມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລັດ​ເຊຍ

(vovworld)- ຕອນ​ເຊົ້າ​ວັນ​ທີ 13/11, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ-ລັດ​ເຊຍ​ໄດ້​ດຳ​ເນີນກ​ອງ​ປະ​ຊຸມ​ຄັ້ງ​ທີ 17 ກ່ຽວ​ກັບ​ການ​ຮ່ວມ​ມື​ທ​ທາງ​ດ້ານ​ເຕັກ​ນິກ​ການ​ທະ​ຫານ ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຮ່ວມ​ຂອງ​ທ່ານ​ພົນ​ໂທ ເຈືອງກວກ​ແຄ້ງ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ປະ​ທານຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ-ລັດ​ເຊຍກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ ເຕັກ​ນິກ​ການ​ທະ​ຫານ ແລະ ທ່ານ A.V Fomin ຜູ້​ອຳ​ນວຍ​ການ​ອົງ​ການ​ສະ​ຫະ​ພັນ​ກ່ຽວ​ກັບ​ຮ່ວມ​ມື​ດ້ານ ເຕັກ​ນິກ​ການ​ທະ​ຫານ​ລັດ​ເຊຍ, ປະ​ທານຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ ລັດ​ເຊຍ - ຫວຽດ​ນາມ. ທີ່ກອງ​ປະ​ຊຸມ​, 2 ຝ່າຍ​ໄດ້​ຕີ​ລາ​ຄາ​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ດ້າ​ນເຕັກ​ນິກ​ການ​ທະ​ຫານລະ​ຫວ່າງ 2 ຝ່າຍ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ. 2 ຝ່າຍເຫັນ​ດີ​ນຳ​ກັນ​ວ່າ ໃນ​ໄລ​ຍະ​ທີ່​ຜ່ານ​ມາ​, ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ​່າງ 2 ປະ​ເທດ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ໃນ​ທຸກ​ຂົງ​ເຂດ, ໃນ​ນັ້ນມີ​ການ​ຮ່ວມມ​ືດ້ານ​ການ​ທະ​ຫານ ແລະ ເຕັກ​ນິກ​ການ​ທະ​ຫານສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ປະ​ສິດ​ທິ​ຜົນ, ທັງ​ນີ້​ກໍ​ເປັນ​ການ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ສາຍ​ພົວ​ພັນ​ຮ່ວມ​ມືມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງກອງ​ທັບ ແລະ ປະ​ຊາ​ຊົນ 2 ປະ​ເທດ​ເລິກ​ເຊິ່ງ​ຍິ່ງໆ​ຂຶ້ນ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ