ຫວຽດ​ນາມ ແລະ ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ: ຮ່ວມ​ມື ໃນ​ພາກ​ພື້ນ ແລະ ສາ​ກົນ​ເພື່ອ​ແກ້​ໄຂສະ​ພາບ​ການຂາດ​ສະ​ຖຽນ​ລະ​ພາບ​ໃນ​ໂລກ

(VOVWORLD) - ໃນວັນທີ 15 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນກອງປະຊຸມທາງອອນລາຍກ່ຽວກັບບັນຫາຂຸດຄົ້ນຊັບພະຍາກອນທຳມະຊາດແບບຜິດກົດໝາຍຢູ່ບໍລິເວນບັນດາໜອງໃຫຍ່ຢູ່ທະວີບ ອາຟຼິກກາ.
ຫວຽດ​ນາມ ແລະ ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ: ຮ່ວມ​ມື ໃນ​ພາກ​ພື້ນ ແລະ ສາ​ກົນ​ເພື່ອ​ແກ້​ໄຂສະ​ພາບ​ການຂາດ​ສະ​ຖຽນ​ລະ​ພາບ​ໃນ​ໂລກ - ảnh 1ກອງປະຊຸມທາງອອນລາຍກ່ຽວກັບບັນຫາຂຸດຄົ້ນຊັບພະຍາກອນທຳມະຊາດແບບຜິດກົດໝາຍຢູ່ບໍລິເວນບັນດາໜອງໃຫຍ່ຢູ່ທະວີບ ອາຟຼິກກາ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖືວ່າ ຕ້ອງມີວິທີການສຳຜັດສັງລວມ ກັບບັນຫາຂຸດຄົ້ນຊັບພະຍາກອນທຳມະຊາດທີ່ຜິດກົດໝາຍຢູ່ພາກພື້ນ ຜ່ານການຊຸກຍູ້ບົດບາດ ຂອງບັນດາປະເທດທັງໝົດ ໃນພາກພື້ນ ພ້ອມກັບບັນດາຝ່າຍທັງໝົດເຂົ້າຮ່ວມລະບົບການສະໜອງ. ພ້ອມກັນນັ້ນແມ່ນຕ້ອງມີການໜູນຊ່ວຍທີ່ບໍ່ອາດຂາດໄດ້ກ່ຽວກັບເຕັກນິກ ແລະ ການເງິນຂອງບັນດາອົງການຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມມືໃນພາກພື້ນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ່ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໄດ້ເນ້ັນໜັກເຖິງ 2 ປັດໄຈສຳຄັນທີ່ສາມາດແກ້ໄຂຕົ້ນເຫດທີ່ພາໃຫ້ເກີດສະພາບການຂາດສະຖຽນລະພາບດ້ານຄວາມໝັ້ນຄົງຢູ່ພາກພື້ນແມ່ນການຮ່ວມມືໃນພາກພື້ນ ແລະ ການຮ່ວມມືສາກົນໃນບັນຫາການຄຸ້ມຄອງຊັບພະຍາກອນທຳມະຊາດ, ໃນນັ້ນ, ການຮ່ວມມືໃນພາກພື້ນສວມບົດບາດແຖວໜ້າຍ້ອນວ່າບັນດາປະເທດໄດ້ແບ່ງປັນຜົນປະໂຫຍດ ແລະ ເປົ້າໝາຍລວມ. ທ່ານ ເອກອັກຄະລັດຖະທູດກໍ່ຍົກອອກຂໍ້ສະເໜີແນະໃຫ້ບັນດາປະເທດປະຕິຮູບກອບນິຕິກຳ, ເພີ່ມທະວີບັນດາຂອບເຂດການຮ່ວມມື, ຊຸກຍູ້ຄວາມໂປ່ງໃສຂອງລະບົບການສະໜອງ ແລະ ເພີ່ມທະວີບັນດາກົນໄກແບ່ງປັນຂໍ້ມູນຂ່າວສານທີ່ກ່ຽວຂ້ອງ. 

ຕອບກັບ

ຂ່າວ/ບົດ​ອື່ນ