ຫວຽດນາມ ແລະ ສະຫະລັດ ອາຣັບເອມມີເລດ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ
(VOVWORLD) -ຫວຽດນາມ ຖືການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາອົງການປະຕິບັດກົດໝາຍຂອງ UAE ເປັນສຳຄັນ.
ການຕ້ອນຮັບ (ພາບ: VOV) |
ຫວຽດນາມ ຖືການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາອົງການປະຕິບັດກົດໝາຍຂອງ UAE ເປັນສຳຄັນ. ນີ້ແມ່ນຄຳຢັ້ງຢືນຂອງທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເມື່ອຕ້ອນຮັບທ່ານ Bader Almatrooshi ເອກອັກຄະລັດຖະທູດ ສະຫະລັດ ອາຣັບເອມມີເລດ (UAE) ປະຈຳ ຫວຽດນາມ ໃນວັນທີ 12 ພຶດສະພາ ຢູ່ຮ່າໂນ້ຍ. ນະທີ່ນີ້, ທ່ານລັດຖະມົນຕີ ໂຕເລິມ ກໍສະເໜີໃຫ້ສອງຝ່າຍ ສືບຕໍ່ສົມທົບກັນສ້າງ ແລະ ປັບປຸງກອບນິຕິກຳຍາວນານແກ່ການເຄື່ອນໄຫວສົມທົບກັນດ້ານວິຊາສະເພາະ, ຄວາມໝັ້ນຄົງ, ປະຕິບັດກົດໝາຍ, ປ້ອງກັນ, ຕ້ານອາດຊະຍາກອນ ແລະ ການຮ່ວມມືດ້ານຕຸລາການອາຍາລະຫວ່າງສອງປະເທດ. ພ້ອມດຽວກັນນັ້ນ, ຊຸກຍູ້ການນລົງນາມໃນສັນຍາກ່ຽວກັບການສົ່ງຜູ້ຕ້ອງໂທດຂ້າມແດນ, ມອບ - ຮັບນັກໂທດ.
ສ່ວນທ່ານເອກອັກຄະລັດຖະທູດ Bader Almatrooshi ຢັ້ງຢືນວ່າ ຈະມານະພະຍາຍາມເພີ່ມພູນຄູນສ້າງ, ເອົາໃຈໃສ່ພັດທະນາການພົວພັນຮ່ວມມືອັນດີງາມລະຫວ່າງ UAE - ຫວຽດນາມ. ທ່ານເອກອັກຄະລັດຖະທູດ ສະໜັບສະໜູນ ແລະ ຈະເປັນຂົວຕໍ່ເປີດກວ້າງການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍຂອງ UAE ໃຫ້ມີປະສິດທິຜົນກວ່າອີກ.