ຫວຽດນາມ ແລະ ສ.ເກົາຫຼີ ຮ່ວມມືໃນຂົງເຂດພາກລັດ ແລະ ພາກເອກະຊົນ

ຫວຽດນາມ ແລະ ສ.ເກົາຫຼີ ຮ່ວມມືໃນຂົງເຂດພາກລັດ ແລະ ພາກເອກະຊົນ - ảnh 1
ຫວຽດນາມ ​ແລະ ສ.​ເກົາຫຼີ ຮ່ວມ​ມື​ໃນ​ຂົງ​ເຂດ​ພາກ​ລັດ ​ແລະ ພາກ​ເອກະ​ຊົນ
( ພາບ: hanoitv.vn )

(vovworld) - ຕອນ​ເຊົ້າ​ວັນ​ທີ 24/8, ຢູ່​ເຊີ​ອູ​ນ, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ Bui Quang Vinh ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ຍຸດ​ທະ​ສາດ - ການ​ເງິນ ສ​ເກົາ​ຫຼື Bahk Jaewan ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພາກ​ລັດ ​ແລະ ພາກ​ເອກະ​ຊົນ (PPP). ຕາມ​ຂໍ້​ຕົກລົງ​ນີ້, ຫວຽດນາມ ​ແລະ ສ​ເກົາຫຼີ ຈະ​ຈັດ​ຕັ້ງ​ການ​ພົບ​ປະ​ຂັ້ນ​ລັດຖະມົນຕີ​ປະຈຳ​ປີ​ຢູ່​ແຕ່ລະ​ປະ​ເທດ ​ເພື່ອ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ບັນດາ​ບົດຮຽນ​ທີ່​ກ່ຽວຂ້ອງ​ເຖິງ PPP. . ຄຽງ​ຂ້າງ​ນັ້ນ, ສອງ​ປະ​ເທດ​ຈະ​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ, ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ກໍ່​ຄື​ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ​ແບ່ງປັນ​ບົດຮຽນ​ຂອງ​ບັນດາ​ຜູ້​ຊ່ຽວຊານ ​ສ​ເກົາຫຼີ​ ໃນ​ຂົງ​ເຂດ PPP . ນອກ​ນັ້ນ, ທັງ​ສອງ​ຝ່າຍ​ກໍ່​ສົມທົບ​ກັນ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ເອກະ​ຊົນ​ທີ່​ມີ​ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ນີ້.

ຂ່າວ/ບົດ​ອື່ນ