ຫວຽດນາມ ແລະ ອັງກິດ ລົງນາມ ໃນແຜນການດຳເນີນງານປີ 2012

ຫວຽດນາມ ແລະ ອັງກິດ ລົງນາມ ໃນແຜນການດຳເນີນງານປີ 2012 - ảnh 1
ທ່ານ Vu Quang Minh ແລະ ທ່ານ ​Jeremy Browne ​
​ລົງ​ນາມ​ໃນ​ແຜນການ​ດຳ​ເນີນ​ງານ​ຫວຽ​ດນາມ - ອັງກິດ
( ພາບ: vietnamplus.vn )


( vovworld ) – ວັນ​ທີ 27/3, ຢູ່​ນະຄອນຫຼວງລອນ​ດອນ​, ປະ​ເທດອັງກິດ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽ​ດນາມ ປະຈຳ​ລາຊະ​ອານາຈັກ​ອັງກິດ ​ແລະ ອາຍ​ແລນ​ເໜືອ Vu Quang Minh ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອັງກິດ Jeremy Browne ​ໄດ້​ລົງ​ນາມ​ໃນ​ແຜນການ​ດຳ​ເນີນ​ງານ​ຫວຽ​ດນາມ - ອັງກິດ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ. ທີ່​ພິທີ​ລົງ​ນາມ, ສອງ​ຝ່າຍ​ໄດ້​ເຫັນ​ດີຜັນ​ຂະຫຍາຍ​ເປັນ​ລະອຽດບັນດາ​ເນື້ອ​ໃນ​ເຊິ່ງ​ໄດ້​ຍົກ​ອອກ​ມາ​ໃນ​ແຜນການ​ດຳ​ເນີນ​ງານ, ນຳ​ການ​ພົວພັນຄູ່​ຮ່ວມມື​ຍຸ​ດທະ​ສາດຫວຽດນາມ - ອັງກິດ​ ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ​ຢ່າງ​​ແທ້ຈິງ. ສອງ​ຝ່າຍ​ຈະ​ດຳ​ເນີນ​ການສົນທະນາ​ຫາລືຍຸດ​ທະ​ສາດ​ປີ 2012 ກ່ຽວ​ກັບ​ບັນດາ​ບັນຫາ​ການ​ເມືອງ - ການ​ທູດ, ຄວາມ​ປອດ​ໄພ ​ແລະ ປ້ອງກັນ​ປະ​ເທດ​ຢູ່​ຫວຽດນາມ, ກໍ​ຄື​ດຳ​ເນີນ​ການ​ສົນທະນາ​ຫາລືວາງ​ນະ​ໂຍບາຍ​ປີ 2012 ຢູ່ ລອນ​ດອນ​ ​ເພື່ອ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນ​ດາ​ບັນຫາ​ທົ່ວ​ໂລກ ​ແລະ ​ໃນ​ພາກ​ພື້ນ.

        ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ສອງ​ຝ່າຍ​ໄດ້​ເຫັນ​ດີ​​ໃຫ້ບັນລຸ​ການ​ເຕີບ​​ໂຕຢ່າງ​ແຮງ​​ໃນ​ຂົງ​ເຂດ​ນີ ​ເພື່ອ​ແນ​ໃສ່​ບັນລຸ​ຈຸດ​ມາຍ 4 ຕື້ USD ສຳລັບ​ວົງ​ເງິນການ​ຄ້າ​ສອງ​ສົ້ນ ​ແລະ ບັນລຸ​ລະດັບ 3 ຕື້ USD ​ສຳລັບການ​ລົງທຶນ​ຂອງ​ອັງກິດ​ ຢູ່​ຫວຽດນາມ​ໃນ​ປີ 2013.

        ​ໃນ​ຂົງ​ເຂດ​ພັດ​ທະນາ​ເສດຖະກິ​ດສັງຄົມ, ຫວຽ​ດນາມ ​ແລະ ອັງກິດ ຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື ​ໃຕ້ -​ໃຕ້ ຜ່ານ​ບັນດາ​ບົດຮຽນ​ເຊິ່ງ​ໄດ້ຖອນ​ອອກ​ຈາກ​ການ​ພັດທະນາ​ຂອງ​ຫວຽດນາມ. ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ນຳ​ບັນຫາການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເຂົ້າ​ໃນ​ເນື້ອ​ໃນ​ຂອງ​ນະ​ໂຍບາຍ​ພັດທະນາ ​ແລະ ການ​ເຕີບ​ໂຕ​ຂຽວ.

        ອັງກິດ ສະໜັບ​ສະ​ໜູນ​ຫວຽດນາມ ມີ​ບົດບາດ​ສຳຄັນ​ກວ່າໃນ​ບັນດາ​ການ​ເຈລະຈາ​ສາກົນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​​ໂດຍຜ່ານ​ການ​ໜູນ​ຊ່ວຍສ້າງ​ກຳລັງ​ຄວາມ​ສາມາດ ​ແລະ ການ​ບຳລຸງ​ສ້າງ. ​

ຂ່າວ/ບົດ​ອື່ນ