(ພາບປະກອບ)
(vovworld) – ວັນທີ 20/02 ຢູ່ຮ່າໂນ້ຍ, ທ່ານ ເຈືອງມີງຕ໋ວນ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ເຈລະຈາກັບທ່ານ Parvathaneni Harish ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ອິນເດຍ ປະຈຳ ຫວຽດນາມ. ດ້ວຍບົດບາດເປັນປະທານສະມະຄົນມິດຕະພາບ ຫວຽດນາມ - ອິນເດຍ ໃນອາຍຸການ 2016 – 2021, ທ່ານລັດຖະມົນຕີ ເຈືອງມີງຕ໋ວນ ຢືນຢັນວ່າ: ລັດຖະບານ ຫວຽດນາມ ຖືເປັນສຳຄັນທີ່ສຸດຕໍ່ການພັດທະນາຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ຖືວ່ານີ້ແມ່ນຂະແໜງເຕັກໂນໂລຢີປາຍແຫຼມ, ຄວນໃຫ້ບຸລິມະສິດພັດທະນາກ່ອນ ເພື່ອໜູນຊ່ວຍບັນດາຂະແໜງເສດຖະກິດອື່ນ. ທ່ານລັດຖະມົນຕີ ເຈືອງມີງຕ໋ວນ ໃຫ້ຮູ້ວ່າ: ລັດຖະບານ ອິນເດຍ ຫາກໍ່ປະກາດສະຫງວນຈຳນວນເງິນ 1 ຕື້ USD ເພື່ອໜູນຊ່ວຍບັນດາປະເທດ ອາຊຽນ, ພິເສດແມ່ນ ຫວຽດນາມ, ລາວ, ກຳປູເຈຍ, ມຽນມາ ສຸມໃສ່ເຂົ້າບັນດາໂຄງການເຊື່ອມຕໍ່ດິຈິຕອນ ແລະ ພື້ນຖານໂຄງລ່າງ. ທ່ານລັດຖະມົນຕີ ເຈືອງມິງຕ໋ວນ ສະເໜີ 2 ຝ່າຍແລກປ່ຽນຢ່າງລະອຽດກ່ຽວກັບໂຄງການດັ່ງກ່າວໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີ ເຈືອງມິງຕ໋ວນ ສະເໜີຝ່າຍ ອິນເດຍ ໜູນຊ່ວຍ ຫວຽດນາມ ໃນການກໍ່ສ້າງບັນດານັກວິສາວະກອນເຕັກໂນໂລຢີຂໍ້ມູນຂ່າວສານທີ່ມີຄຸນນະພາບສູງ, ເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການສ້າງລັດຖະບານເອເລັກໂຕນິກ, ນະຄອນສະຫລາດຢູ່ ຫວຽດນາມ.