(vovworld) - “ຮ່ວມມືດ້ານປ້ອງກັນຊາດ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ, ເພື່ອແນໃສ່ສ້າງສັນຕິພາບ, ສະຖຽນລະພາບໃນພາກພື້ນອາຊີ - ປາຊີຟີກ”. ນັ້ນແມ່ນຄວາມຫວັງລວມຂອງຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ແລະ ອາເມລິກາ ທີ່ການສົນທະນາກ່ຽວກັບນະໂຍບາຍປ້ອງກັນຊາດຫວຽດນາມ - ອາເມລິກາ ຂັ້ນຮອງລັດຖະມົນຕີຄັ້ງທີ 3, ເຊິ່ງດຳເນີນໄປໃນວັນທີ 10/01, ຢູ່ຮ່າໂນ້ຍ. ທີ່ການສົນທະນາ, ສອງຝ່າຍໄດ້ແລກປ່ຽນຄຳເຫັນກ່ຽວກັບບາງຂົງເຂດທີ່ກ່ຽວຂ້ອງເຖິງການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ອາເມລິກາ ກໍຄືບັນດາບັນຫາລວມຂອງພາກພື້ນອາຊີ - ປາຊີຟີກ ແລະ ຢູ່ໃນໂລກ. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, , ເປັນຫົວໜ້າຄະນະ ແລະ ຄະນະຜູ້ແທນອາເມລິກາ ໂດຍຮອງຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ຜູ້ຮັບຜິດຊອບພາກພື້ນພາກໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ທ່ານ Vikram Singh, ເປັນຫົວໜ້າຄະນະ, 2 ຝ່າຍໄດ້ຖືວ່າ ໃນໄລຍະຜ່ານມາ, ໄດ້ມີບັນດາຂົງເຂດຮ່ວມມືລະຫວ່າງ 2 ຝ່າຍ ທີ່ມີບາດກ້າວພັດທະນາໃໝ່, ໂດບສະເພາະແມ່ນບັນດາການເຄື່ອນໄຫວທີ່ຖືລັກສະນະມະນຸດສະທຳຄື ຊອກຫາທະຫານຫາຍສາບສູນໃນປາງສົງຄາມ (MIA); ເກັບກູ້ລະເບີດ, ວັດຖຸລະເບີດທີ່ຍັງບໍ່ທັນແຕກ, ກຳຈັດທາດຜິດສີສົ້ມດີໂອຊີນ... ສອງຝ່າຍໄດ້ຖືວ່າ, ໃນໄລຍະຈະມາເຖິງ ຕ້ອງເພີ່ມທະວີການຮ່ວມມືໃນບັນດາຂົງເຂດໃໝ່ຄື, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ເຂົ້າຮ່ວມການປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ, ຮ່ວມມືໃນຂົງເຂດເສນາຮັກ, ຊ່ວຍກູ້ໄພພິບັດທຳມະຊາດ....