ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ
ທ່ານ Kurt Campbell
ພາບ:TTXVN
(vovworld)
ວັນທີ 2/2, ໃນການຢ້ຽມຢາມຫວຽດນາມ ທ່ານ Kurt Campbell ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນຫາອາຊີຕາເວັນອອກ ປາຊີຟີກ ໄດ້ມີການພົບປະກັບ ທ່ານ ຫວູດຶກດາມ, ລັດຖະມົນຕີ ຫົວຫນ້າຫ້ອງວ່າການລັດຖະບານ, ທ່ານ ຫວູຮຸຍຮວ່າງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພົນໂທ ຫງວຽນຈີວີ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ເລເລືອງມີງ ຮອງລັດຖະມົນຕີການຕ່າງປະເທດ ແລະ ທ່ານ ເວືອງເທື່ອຟອງ ຮອງຫົວຫນ້າຄະນະພົວພັນຕ່າງປະເທດສູນກາງ. ສອງຝ່າຍມີຄວາມພຶງພໍໃຈ ກ່ຽວກັບຄວາມຄືບຫນ້າຢ່າງເລີກເຊິ່ງ ແລະ ກວ້າງຂວາງຂອງການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນໄລຍະຜ່ານມາ ແລະ ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງສອງປະເທດກວ່າອີກ, ເປັນຕົ້ນໃນບັນດາຂົງເຂດເສດຖະກິດ ການຄ້າ ການລົງທຶນ, ວິທະຍາສາດ ເຕັກໂນໂລຊີ, ການສຶກສາ ບຳລຸງສ້າງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລເພີ່ມຂຶ້ນສູງ. ຫວຽດນາມ ສະເຫນີໃຫ້ລັດຖະບານ ອາເມລິກາ ຈົ່ງຮັບຮູ້ກົດລະບຽບກ່ຽວກັບເສດຖະກິດການຕະຫລາດ (MES) ໂດຍໄວ ແລະ ສະຫງວນໃຫ້ແກ່ຫວຽດນາມ ການບຸລິມະສິດພາສີທົ່ວໄປ (GPS), ລົບລ້າງບັນດາມາດຕະການຈຳກັດການຄ້າທີ່ມີຕໍ່ບັນດາຜະລິດຕະພັນຂອງຫວຽດນາມຄື: ກຸ້ງ, ປາຈາ ແລະ ປາບາຊາ, ສືບຕໍ່ຊ່ວຍແກ້ໄຂຜົນຮ້າຍຢ່ອນຫລັງຈາກສົງຄາມ ແລະອື່ນໆ. ສ່ວນທ່ານ Kurt Cambell ໄດ້ຢືນຢັນວ່າ: ອາເມລິກາ ປາດຖະຫນາຢາກຊຸກຍູ້ການພົວພັນກັບ ຫວຽດນາມ ກວ່າອີກ ຕາມທິດຄູ່ຮ່ວມມືຍຸດທະສາດ, ທ່ານຍັງເນັ້ນຫນັກວ່າ: ສືບຕໍ່ເພີ່ມງົບປະມານໃຫ້ແກ່ວິວັດການແກ້ໄຂຜົນຮ້າຍຢ່ອນຫລັງຈາກສົງຄາມ ແລະ ປາດຖະຫນາວ່າ ສອງຝ່າຍພ້ອມກັນຮ່ວມມືໃນການລົບລ້າງບັນດາຮົ້ວກີດຂວາງດ້ານການຄ້າ, ດຳເນີນການເຈລະຈາໂດຍໄວເພື່ອສາມາດລົງນາມໃນສັນຍາການຮ່ວມມື ນິວເຄຼຍພົນລະເຮືອນ (ສັນຍາ 123), ສືບຕໍ່ຮ່ວມມືຕ້ານການກໍ່ການຮ້າຍ ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ ແລະ ອາດຊະຍາກຳຂ້າມຊາດ./.