ຫວຽດນາມ ແລະ ຮຸງກາຣີ ລົງນາມໃນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືລະຫວ່າງ ສອງສານສູງສຸດ
(VOVWORLD) -ໃນລະຫວ່າງວັນທີ 26 – 28 ມີນາ, ຄະນະປະຕິບັດງານຂອງສານປະຊາຊົນສູງສຸດ ໂດຍທ່ານປະທານສານປະຊາຊົນສູງສຸດຫວຽດນາມ ຫງວຽນຮວ່າບິງ ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ຮຸງກາຣີ
ທ່ານປະທານສານປະຊາຊົນສູງສຸດ ຫວຽດນາມກັບ ທ່ານປະທານສານສຸງສຸດ ຮຸງກາຣີ Peter Darak ລົງນາມບົດບັນທຶກການຮ່ວມມື |
ຈຸດສຸມຂອງການຢ້ຽມຢາມຄັ້ງນີ້ແມ່ນການສົນທະນາ ເຊິ່ງດຳເນີນໃນຕອນບ່າຍວັນທີ 26 ມີນາ ທີ່ນະຄອນຫຼວງ Budapest ລະຫວ່າງ ປະທານສານປະຊາຊົນສູງສຸດ ຫວຽດນາມ ຫງວຽນຮວ່າບິງ ກັບ ທ່ານປະທານສານສຸງສຸດ ຮຸງກາຣີ Peter Darak ແລະ ພິທີລົງນາມໃນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືຂອງສານສູງສຸດຂອງສອງປະເທດ ໄລຍະ 2018 – 2022.
ທີ່ການສົນທະນາ, ທ່ານ ຫງວຽນຮວ່າບິງ ໄດ້ແຈ້ງໃຫ້ຝ່າຍ ຮຸງກາຣີ ກ່ຽວກັບວິວັດການປ່ຽນແປງໃໝ່ ແລະ ການສ້າງສຳເລັດລະບົບຍຸຕິທຳຂອງຫວຽດນາມ, ສະພາບການເຄື່ອນໄຫວ ແລະ ໂຄງປະກອບການຈັດຕັ້ງຂອງສານປະຊາຊົນສູງສຸດຫວຽດນາມ, ບັນດາຂົງເຂດວິຊາສະເພາະ ທີ່ຝ່າຍຫວຽດນາມປາດຖະໜາຈະໄດ້ແບ່ງປັນບົດຮຽນ ແລະ ຮ່ວມມື. ທ່ານ Peter Darak ກໍໄດ້ແບ່ງປັນບາງບົດຮຽນດ້ານວິຊາສະເພາະຢ່າງລະອຽດ ທີ່ຝ່າຍຫວຽດນາມມີຄວາມສົນໃຈ, ໃນນັ້ນ, ມີການໝູນໃຊ້ເຕັກໂນໂລຢີ ITເຂົ້າໃນວິວັດການພິພາກສາ, ກໍ່ສ້າງ ແລະຍົກສູງຄວາມຮູ້ດ້ານວິຊາສະເພາະ, ຮັກສາຄວາມໂປ່ງໃສຂອງແຖວຖັນຜູ້ພິພາກສາສານສູງສຸດ ກ່ຽວກັບ ຄຳຕັດສິນຂອງສານ ແລະ ວຽກງານຖະແຫຼງຂ່າວສື່ສານ.