ຫວຽດນາມ - ໂຮນລັງ ຍູ້ແຮງ ການຮ່ວມມືດ້ານເສດຖະກິດທະເລ

ຫວຽດນາມ - ໂຮນລັງ ຍູ້ແຮງ ການຮ່ວມມືດ້ານເສດຖະກິດທະເລ - ảnh 1
ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ
​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູ​ດໂຮນລັງ
(ພາບ: chinhphu.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 20/03, ຢູ່​ນະຄອນ​ເກີນ​ເທີ, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູ​ດ​ແຫ່ງ​ລາ​ຊະ​ອານາຈັກ​ໂຮນລັງ Joop Scheffers ​ເພື່ອ​ແນ​ໃສ່​ແລກປ່ຽນ​ມາດ​ຕະການ​ຕ່າງໆ​ ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຕີ​ລາຄາ​ສູງ​ການໜູນ​ຊ່ວຍ​ຂອງ​ໂຮ​ນລັງ ​ໃນ 2 ຂົງ​ເຂດ​ນີ້ ​ແລະ ປາດ​ຖະໜາ​ວ່າ 2 ປະ​ເທດ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ທະ​ເລ, ທ່າ​ກໍ່າ​ປັ່ນ ​ແລະ ການ​ບໍລິການພະລາທິການ, ໜູນ​ຊ່ວຍ ​ແລະ ​ແບ່ງ​ປັນ​ບົດຮຽນ, ​ເຕັກ​ໂນ​ໂລ​ຊີ​ກໍ່ສ້າງ​ບັນດາກິດຈະກຳ​, ຮັບ​ມື​ກັບ​ສະພາບນ້ຳ​ທະ​ເລ​ຂຶ້ນ​ສູງ ​ແລະ ນ້ຳ​ຖ້ວມ​ເຂດ​ຕົວ​ເມືອງ, ຄຸ້ມ​ຄອງ​ແຫຼ່ງນ້ຳ​. ສ່ວນ​ທ່ານເອກ​ອັກຄະ​ລັດຖະທູ​ດ​ ໂຮນລັງ Joop Scheffers ຢືນຢັນ​ວ່າ, ​ໂຮ​ນລັງ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບົດ​ຮຽນ​ກັບ​ຫວຽດນາມ ​ໃນ​ຂົງ​ເຂດ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍຈາກ​​ແຫຼ່ງນ້ຳ, ​ໂດຍ​ສະ​ເພາະ​​ແມ່ນສຳລັບ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ທ່ານເອກ​ອັກຄະ​ລັດຖະທູ​ດ​ Joop Scheffers ກໍ​ຢືນຢັນ​ວ່າ, ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແ​ຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ ຈັດ​ຕັ້ງ​​ບັນດາການເຄື່ອນ​ໄຫວ​ສະ​ຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງສາຍພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ ດ້ວຍ​ຫຼາຍ​ຮູບ​​ແບບ.

ຂ່າວ/ບົດ​ອື່ນ