ຫວຽດນາມ - ໂຮມລັງ ເພີ່ມທະວີ ການຮ່ວມມືເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຫວຽດນາມ - ໂຮມລັງ ເພີ່ມທະວີ ການຮ່ວມມືເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທີ່ການເຮັດວຽກລະຫວ່າງ​​ຫວຽດນາມ - ​ໂຮ​ນລັງ
(ພາບ: monre.gov.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 28/11, ຢູ່​ໂຮ​ນລັງ, ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ​ໂຮ​ນລັງ ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທີ 2 ກ່ຽວ​ກັບ​ການຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຄຸ້ມ​ຄອງ​ແຫຼ່ງນ້ຳ ພາຍ​ໃຕ້​ການ​​ເປັນ​ປະທານ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ຫວຽດນາມ ຮ່ວາງ​ຈູງ​ຫາຍ ​ແລະ ລັດຖະມົນຕີກະຊວງ​ພື້ນຖານ​ໂຄງ​ລ່າງ ​ແລະ ສິງ​ແວດ​ລ້ອມ​ໂຮ​ນລັງ, ທ່ານ​ນາງ Melanie Schultz van Haegen. ສອງ​ຝ່າຍ​ໄດ້​​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ ປີ 2013 ຈະ​ສ້າງ​ທິດ​ທາງ​ຕໍ່​ໄປ​ໃຫ້​ແກ່​ບັນດາ​ໂຄງການ ​ແຜນການ​​ເຂດທົ​່ງພຽງ​ແມ່ນ້ຳ​ຂອງ​ ​ແລະ ພັດທະນາ​ນະຄອນ​ໂຮ່ຈິ​ມິນ ຕາມ​ທິດ​ມຸ້ງ​ໄປ​ສູ່​ທະ​ເລ, ລວມທັງ​ການ​ຄວບ​ຄຸມ​ນ້ຳ​ຖ້ວມ​ຢູ່​ເຂດ​ທົ່ງພຽງ​ແມ່ນ​້ຳຂອງ ​ແລະ ການ​ຮ່ວມ​ມື​ຢ່າງກ້ວາງ​ກວ່າ​ກ່ຽວ​ກັບ​ຂົງ​ເຂດຄວບ​ຄຸມ​ນ້ຳ​​ແກ່ງ ​ແລະ ​ຄຸ້ມ​ຄອງນ້ຳ​​ໃຫ້​ແກ່​ນະຄອນ​ໂຮ່ຈິ​ມິນ. ​ນອກ​ນັ້ນ, ​ໂຄງການ​ສຶກສາ​ເໜືືອມະຫາວິທະຍາ​ໄລ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ນ້ຳ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ລະບົບຊີວະ​ນາໆ​ພັນ, ກະສິກຳ​ທີ່​ກ່ຽວ​ຂ້ອງ​ເຖິງ​ຫວຽດນາມ ​ກໍ​ຊືບຕໍ່​ໄດ້​ຮັບ​ການປະຕິບັດ, ພ້ອມກັນ​ນັ້ນ​ສອງ​ຝ່າຍ​ກໍສຸມ​ໃສ່​​ວຽກ​ງານ​ເພີ່ມ​ທະວີ​ການ​ພົບ​ປະດຳ​ເນີນ​ທຸ​ລະ​ກິດ ​ແລະ ການ​ຄ້າ​ລະຫວ່າງ​ຫວຽດນາມ - ​ໂຮ​ນລັງ ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ນ້ຳ. ສອງ​ປະ​ເທດ​ຈະ​ຮ່ວມ​ມື​ສົ່ງ​ເສີມການ​ປະຕິບັດ​ໂຄງການ​ຮ່ວມ​ມື​ລະຫວ່າງ​ສອງ​ລັດຖະບານກ່ຽວ​ກັບ ​​ການ​ບໍລິໃນ​ຂົງ​ເຂດການ​ອາກາດ ​ແລະ ນ້ຳ.

ຂ່າວ/ບົດ​ອື່ນ