ຫວຽດນາມ ໄດ້ຮັບການເຊີດຊູແມ່ນຈຸດນັດພົບແຖວໜ້າຢູ່ ອາຊີ ປີ 2021

(VOVWORLD) -ນີ້ແມ່ນກາລະໂອກາດດີທີ່ສຸດເພື່ອໃຫ້ ຫວຽດນາມ ກາຍເປັນຈຸດໃຈກາງດຶງດູດນັກທ່ອງທ່ຽວສາກົນ, ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ.
ຫວຽດນາມ ໄດ້ຮັບການເຊີດຊູແມ່ນຈຸດນັດພົບແຖວໜ້າຢູ່ ອາຊີ ປີ 2021 - ảnh 1ອ່າວຮະລອງ
(ພາບປະກອບ: TTXVN)

ຕາມເວັບໄຊຂອງ World Travel Awards ແລ້ວ, ປີ 2021 ແມ່ນປີປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນໂລກລະບາດໂຄວິດ-19, ແຕ່ ຫວຽດນາມ ຍັງບືນຕົວຂຶ້ນກາຍເປັນຈຸດນັດພົບແຖວໜ້າຢູ່ ອາຊີ ປີ 2021 (Asia's Leading Destination 2021). ເພື່ອບັນລຸໄດ້ນາມມະຍົດດັ່ງກ່າວ, ຫວຽດນາມ ໄດ້ລື່ນກາຍຫຼາຍປະເທດຄື: ຈີນ, ອິນເດຍ, ອິນໂດເນເຊຍ, ສ.ເກົາຫຼີ, ມາເລເຊຍ, ສິງກະໂປ, ສີລັງກາ, ໄທ. ນີ້ແມ່ນກາລະໂອກາດດີທີ່ສຸດເພື່ອໃຫ້ ຫວຽດນາມ ກາຍເປັນຈຸດໃຈກາງດຶງດູດນັກທ່ອງທ່ຽວສາກົນ, ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ. ນະຄອນ ໂຮ້ຍອານ (ແຂວງ ກວາງນາມ) ກໍໄດ້ຮັບລາງວັນ ນະຄອນແຫ່ງຈຸດນັດພົບທາງດ້ານວັດທະນະທຳແຖວໜ້າຢູ່ອາຊີ.

        ນອກນັ້ນ, ຍັງມີວິສາຫະກິດແຖວໜ້າໃນຂົງເຂດການບໍລິການທ່ອງທ່ຽວ, ທີ່ພັກອາໄສ, ລະຫຼີ້ນບັນເທີງ, ການບິນ, ສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ ຫຼາຍແຫ່ງ ກໍ່ ໄດ້ຮັບລາງວັນຢູ່ພາກພື້ນ ອາຊີ ປີ 2021 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ