ຫວຽດນາມ - ໄທ ຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ

ຫວຽດນາມ - ໄທ ຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ - ảnh 1
​ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນ​ຕີ​ວ່າການ
​ກະຊວງ​ປ້ອງ​ກັນ​ປະ​ເທດ ປຣວິດ ພົງ​ສຸວັນ
(ພາບ: AP)


(vovworld) – ວັນ​ທີ 08/01, ທີ່​ການ​ພົບ​ປະລະ​ຫວ່າງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ໄທ ຫງວຽນ​ເຕີ​ດ​ແທ່ງ ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນ​ຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ປຣວິດ ພົງ​ສຸວັນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຕີ​ດ​ແທ່ງ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄທ ຈະມີ​ຄວາມ​ເອົາ​ໃຈ​ໃສ່​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງຂອງ​ໄທ ຮ່ວມ​ມື​ກັບ​ລັດຖະບານຫວຽດນາມ ຢ່າງ​ຕັ້ງໜ້າ ​ໃນ​ການ​ຜັນ​ຂະຫຍາຍ​ “​ແຜນການ​ເຄື່ອນ​ໄຫວ” ຕາມ​ຂອບ​ເຂດ “ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ” ​ເຊິ່ງກາ​ນນຳ 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ​ນາຍົກລັດຖະມົນ​ຕີ ປຣະຍຸດ ຈັນ​ໂອ​ຈາ ​ເມື່ອ​ເດືອນ 11/2014. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄທ ປຣວິດ ພົງ​ສຸວັນ ​ເຫັນ​ດີ​ກັບ​ຄຳ​ເຫັນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຕີ​ດ​ແທ່ງ; ພ້ອມ​ທັງ​ຢືນຢັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​​ໄທ ​ແລະ ຫວຽດນາມ ຈະສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄທ ກໍ່​ເຫັນ​ດີ​ຈະ​ຊີ້​ນຳ​​ຊຸກຍູ້​ການຮຽບຮຽງ ​ແລະ ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ​ລະຫວ່າງ 2 ປະ​ເທດ​ໃຫ້​ຖືກ​ຕາມ​ວິວັດ​ການ​ໃນ​ງວດ​ທີ 2 ປີ 2015. ພ້ອມ​ກັນ​ນັ້ນ, ​ໄທ ​ແລະ ຫວຽດນາມ ຈະ​ສົມທົບ​ກັບ​ບັນດາ​ປະ​ເ​ທດ​ທີ່ກ່ຽວ​ຂ້ອງ​ໃນ​ພາກ​ພື້ນ ​ເພື່ອຄົ້ນຄວ້າ​ຜົນ​ກະທົບ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມຕໍ່​ການ​ກໍ່ສ້າງ​ບັນດາ​ເຂື່ອນ​​ໄຟຟ້າ​ນ້ຳຕົກ ບົນ​ແມ່​ນ້ຳຂອງ.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງນາຍົກລັດຖະມົນຕີ​ໄທ ປຣວິດ ພົງ​ສຸວັນ, ກໍ່​ສະ​ແດງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນກ່ຽວ​ກັບ​ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ທຳ​ອິດ ​ໃນ​ຖານະ​ຕຳ​ແໜ່​ງ​ເປັນ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ​ໄທ ​ໃນ​ວັນ​ທີ 13/01 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ