ຫວຽດ​ນາມ ໄປ​ທັນ​ທ່ວງ​ທ່າ​ເພີ່ມ​ດັດ​ຊະ​ນີ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ຂອງ​ໂລກ

(VOVWORLD) -ຫວຽດນາມ ຖືກຈັດອັນດັບທີ 44/132 ປະເທດ ແລະ ພື້ນຖານເສດຖະກິດ ແລະ ແມ່ນ 1 ໃນ 4 ປະເທດທີ່ມີລາຍຮັບປານກາງໄດ້ຮັບການຕີລາຄາຈາກ WIPO ວ່າພວມໄປທັນກັບທ່ວງທ່າເພີ່ມດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງໃນທົ່ວໂລກ. ບັນດານັກຊ່ຽວຊານຖືວ່າ ສິ່ງທີ່ໜ້າສົນໃຈໃນບົດຕີລາຄາປີນີ້ແມ່ນ ຫວຽດນາມ ສືບຕໍ່ຮັກສາອັນດັບທີ 1 ໃນກຸ່ມ 34 ປະເທດທີ່ມີລາຍຮັບປານກາງຕ່ຳ ມີຊື່ໃນບັນຊີລາຍຊື່ຈັດອັນດັບ GII ປີ 2021.
ຫວຽດ​ນາມ ໄປ​ທັນ​ທ່ວງ​ທ່າ​ເພີ່ມ​ດັດ​ຊະ​ນີ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ຂອງ​ໂລກ - ảnh 1(ພາບປະກອບ: nhandan.vn)

ຕາມບົດຕີລາຄາທີ່ຫາກໍໄດ້ປະກາດກ່ຽວກັບດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກ (GII) ປີ 2021 ຂອງອົງການຊັບສິນທາງປັນຍາໂລກ (WIPO), ປັດຈຸບັນ, ຫວຽດນາມ ຖືກຈັດອັນດັບທີ 44/132 ປະເທດ ແລະ ພື້ນຖານເສດຖະກິດ ແລະ ແມ່ນ 1 ໃນ 4 ປະເທດທີ່ມີລາຍຮັບປານກາງໄດ້ຮັບການຕີລາຄາຈາກ WIPO ວ່າພວມໄປທັນກັບທ່ວງທ່າເພີ່ມດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງໃນທົ່ວໂລກ. ບັນດານັກຊ່ຽວຊານຖືວ່າ ສິ່ງທີ່ໜ້າສົນໃຈໃນບົດຕີລາຄາປີນີ້ແມ່ນ ຫວຽດນາມ ສືບຕໍ່ຮັກສາອັນດັບທີ 1 ໃນກຸ່ມ 34 ປະເທດທີ່ມີລາຍຮັບປານກາງຕ່ຳ ມີຊື່ໃນບັນຊີລາຍຊື່ຈັດອັນດັບ GII ປີ 2021.

        ໃນບົດລາຍງານ GII 2021 ແລະ ແຈ້ງການສື່ມວນຊົນກ່ຽວກັບ GII  2021 ຂອງ WIPO ໄດ້ຕີລາຄາວ່າ: “ຫວຽດນາມ ນອນໃນກຸ່ມ 50 ພື້ນຖານເສດຖະກິດທີ່ມີຄວາມກ້າວໜ້າຫຼາຍພໍສົມຄວນໃນຕາຕະລາງຈັດອັນດັບການປ່ຽນແປງໃໝ່ປະດິດຄິດສ້າງຕາມການເວລາ. ພ້ອມກັບ ຈີນ, ຕວັກກີ, ອິນເດຍ ແລະ ຟີລິບປິນ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນຢ່າງແທ້ຈິງ ເພື່ອປ່ຽນແປງສະຖານະການປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກໃນຊຸມປີຈະມາເຖິງ. ນັ້ນແມ່ນຂໍ້ກຸນແຈເພື່ອໃຫ້ບັນດາປະເທດອື່ນຮຽນຮູ້ຈາກບັນດາປະເທດຄື ຫວຽດນາມ ແລະ ເຂົ້າຮ່ວມກຸ່ມບັນດາປະເທດກ້າວໜ້າກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງຢ່າງລຽນຕິດ.

ຕອບກັບ

ຂ່າວ/ບົດ​ອື່ນ