ຫວຽດນາມ-ກູບາ ເພີ່ມທະວີການຮ່ວມມື ດ້ານການເງິນ


ຫວຽດນາມ-ກູບາ ເພີ່ມທະວີການຮ່ວມມື ດ້ານການເງິນ - ảnh 1

ພິທີ​ມອບ​ສົ່ງ​ເຂົ້າສານ

(ພາບ: Phạm Hoài Nam/Vietnam+ )

(vovworld)- ​ ​ແຕ່ວັນ​ທີ 2-7/12, ຄະນະ​ຜູ້​ແທນ​ກະຊວງ​ການ​ເງິນ​ຫວຽດນາມ ​ໂດຍ​ທ່ານ​ຫງວຽນ​ຫິ້ວ​ຈີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ ນຳ​ໜ້າ​ໄດ້​ໄປ​ຢ້ຽມຢາມ  ​ແລະ ​ເຮັດ​ວຽກ​ຢູ່​ກູ​ບາ. ຄະນະ​ຜູ້​ແທນ​ກະຊວງ​ການ​ເງິນ​ຫວຽດນາມ ​ໄດ້​ພົບ​ປະ​ກັບ​ທ່ານ Linna Pedraza Rodriguez ລັດຖະມົນຕີ​​ວ່າການ​ກະຊວງ​ການ​ເງິນ-ລາຄາກູ​ບາ, ​ເຈລະຈາ​ກັບ​ຄະນະ​ຜູ້​ແທນກະຊວງ​ການ​ເງິນ-ລາຄາກູ​ບາ ​ໂດ​ຍທ່ານ ລັດຖະມົນຕີ​ຊ່ວຍ​ວ່າການ​ Felix Martinez ນຳ​ໜ້າ. ທີ່​ການ​ເຮັດ​ວຽກ, ສອງ​ຝ່າຍ​ໄດ້​ແບ່ງປັນ​ບົດຮຽນກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ງົບປະມານ​ແຫ່ງ​ລັດ, ຄຸ້ມ​ຄອງ​ໜີ້​ສາທາລະ ນະ ​ແລະ ສ້າງພັນທະບັດ. ​ໃນຂອບ​ເຂດ​ການ​ຢ້ຽມຢາມ, ກົມ​ໃຫ່ຍສະ​ສົມ​ແຫ່ງ​ລັດ ສັງກັດກະຊວງ​ການ​ເງິນ​ຫວຽດນາມ ​ໄດ້​ມອບ​ເຂົ້າສານ 5000 ​ໂຕນ ຊື່​ງ​ແມ່ນ​ຂອງຂວັນ​ໂດຍ​ພັກ, ລັດຖະບານ ​ແລະ ປຊຊ ຫວຽດນາມ ມອບ​ໃຫ້ ປຊຊ ກູ​ບາ./.

ຂ່າວ/ບົດ​ອື່ນ