ຫວຽດນາມກະກຽມໃຫ້ໄລຍະທີ່ພົນລະເມືອງຈະມີອາຍຸສູງ

ຫວຽດນາມກະກຽມໃຫ້ໄລຍະທີ່ພົນລະເມືອງຈະມີອາຍຸສູງ - ảnh 1
ພາບ​ປະ​ກອບ


(vovworld) – ຕອນ​ເຊົ້າ​ວັນ​ທີ 27/5, ຢູ່​ນະຄອນ ​ໂຮ່ຈິ​ມິນ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ແລະ ກອງ​ທຶນ​ປະຊາກອນສະຫະ​ປະຊາ​ຊາດ​ຢູ່ ຫວຽດນາມ ​ໄດ້​ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ “ພົນລະ​ເມືອງ ​ແລະ ການພັດທະນາ​ຢ່າງໝັ້ນຄົງ​ຢູ່ ຫວຽດນາມ ​ສັງ​ເກດຈາກ​ບົດຮຽນ​ສາກົນ”. ​​ໂດຍອີງ​ໃສ່​ບັນດາ​ບົດຮຽນ​​ຕົວ​ຈິງ ​ແລະ ການພັດທະນາ​ ​ພົນລະ​ເມືອງ​ໃນ​ໂລກ ​ແລະ ຂອງ​ບັນດາ​ປະ​ເທດ​ທີ່​ມີ​ທ່າ​ອ່ຽງຄ້າຍຄື​ກັນ​ຄື: ຈີນ, ສ.​ເກົາຫຼີ, ​ໄທ, ບັນດາ​ນັກ​ຊ່ຽວຊານ​ໄດ້​ຍົດ​ອອກ​ບາງ​ຂໍ້​ສະ​ເໜີ. ​ພິ​ເສດ​ເນັ້ນ​ໜັກ​ເຖິງ​ເລື່ອງ ຫວຽດນາມ ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​​ການ​ສົ່ງ​ເສີມ​ສຸຂະພາບ​, ນັບ​ທັງ​ສຸຂະພາບ​ຈະ​ເລີ​ນພັນ ​ແລະ ເພດ​ສຳພັນ; ສຸມ​ໃສ່​​ເຂົ້າ​ໃນການ​ສຶກສາ ​ແລະ ສອນ​ວິຊາ​ຊີບ,​​ເພີ່ມ​ ​ສະມັດ​ຕະພາບ​ໃນ​ການ​ອອກ​ແຮງ​ງານ, ສ້າງ​ວຽກ​ເຮັດ​ງານ​ທຳ ​ເພື່ອ​ສາມາດ​ໝູນ​ໃຊ້ທ່າ​ໄດ້​ປຽບ​ດ້ານ “ພົນລະ​ເມືອງ​ທີ່​ໜຸ່ມ​ແໜ້ນ”. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ເນັ້ນ​ໜັກ​ວ່າ: ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ ຫວຽດນາມ ຕ້ອງ​ວາງນະ​ໂຍບາຍ ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ສະພາບ​​ພົນລະ​ເມືອງນັບ​ມື້​ນັບ​ມີ​ອາຍຸ​ສູງ​ໃນ​ 20 ກວ່າປີຕໍ່ໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ