ຫວຽດນາມ-ການາດາເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນ,ແທດຈິງແລະໝັ້ນຄົງ

ຫວຽດນາມ-ການາດາເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນ,ແທດຈິງແລະໝັ້ນຄົງ - ảnh 1
ການ​ພົບ​ປະສົນ​ທະ​ນາ “ພົບ​ປະ​ກາ​ນາ​ດາ”
(ພາບ: TTXVN)

(vovworld) - ວັນ​ທີ 16/01, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ​ກາ​ນາ​ດາ ປະ​ຈຳ​ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ຈັດ​ການ​ພົບ​ປະສົນ​ທະ​ນາ “ພົບ​ປະ​ກາ​ນາ​ດາ” ດ​້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 200 ຄົນ​ທີ່​ມາ​ຈ​າກ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ ແລະ ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ, ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC, ບັນ​ດາ​ວິ​ສາ​ຫະ​ກິດ​ກາ​ນາ​ດາ ແລະ ບັນ​ດາ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ກາ​ນາ​ດາ ພວມ​ເຄື່ອ​ນ​ໄຫວ​ຢູ່​ຫວຽດ​ນາມ.

        ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສົນ​ທະ​ນາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຮ່າ​ກິມ​ຫງອກ ໃຫ້​ຮູ້​ວ່າ, ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ​ກາ​ນາ​ດາ. 2 ຝ່າຍ​ໄດ້​ວາງ​ຄາດ​ໝາຍ​ໃນ​ໄລ​ຍະ 10 ມາ​ເຖິງຈະ​ບັນ​ລຸ​ວົງ​ເງິນ​ການ​ຄ້າ 2 ສົ້ນ 10 ຕື້ USD. ຫວຽດ​ນາມ ແມ່ນ​ຄູ່​ຄ້າ​ໃຫຍ່​ສຸດ​ຂອງ​ກາ​ນາ​ດາ ໃນ​ອາ​ຊຽນ. ກ່ຽວ​ກັບ​ການ​ລົງ​ທຶນ, ກາ​ນາ​ດາ ຢືນ​ອັນ​ດັບ​ທີ 14/112 ປະ​ເທດ ແລະ ເຂດ​ແຄ້ວນ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ. ທ່ານ​ຮອງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຮ່າ​ກິມ​ຫງອກ ເນັ້ນ​ໜັກ​ວ່າ, ຫ​ວຽດ​ນາມ ແມ່ນ​ປະ​ເທດເຈົ້າ​ພາບ​​ຈັດ​ຕັ້ງ APEC 2017 ແລະ ແມ່ນ​ປະ​ທານກອງ​ປະ​ຊຸມ​ສຸດຍອດ APEC. ຫວຽດ​ນາມ ຕັດ​ສິນ​ໃຈ​ຈັດ​ຕັ້ງ​ປີ APEC 2017 ສຳ​ເລັດ​ຜົນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ທ່າ​​ອ່ຽງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື, ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ.

        ສ່ວນ​ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ກາ​ນາ​ດາ ພວມ​ເຄື່ອນ​ໄຫວ​ໃນ​ບັນ​ດາ​ຂົງ​ເຂດ​ໜູນ​ຊ່ວຍ​ການ​ພັດ​ທະ​ນາ, ບຳ​ລຸງສ້າງ, ລົບ​ລ້​າງ​ຄວາມ​ອຶດ​ຫິວ​ຫຼຸດ​ຜ່ອ​ນ​ຄວາມ​ທຸກ​ຍາກ ໄດ້​ຮັບ​ຂໍ້​ມູນ​ຂ່າວ​ຈາກ​ທ້ອ​ງ​ຖິ່ນ​ຕ່າງໆ​ກ່ຽວ​ກັບ​ບັນ​ດາ​ໂຄງ​ການ, ຄວາມ​ຕ້ອງ​ການ​ຮ່ວມ​ມື ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ