ຫວຽດນາມກ່າວປະນາມບັນດາການເຄື່ອນໄຫວກໍ່ການຮ້າຍຢູ່ນະຄອນຫຼວງດຮາກາ,ບັງກະລາເດສ
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
(vovworld) – ໂດຍໄດ້ຮັບຂ່າວຕອນຄຳ່ວັນທີ 1/7/2016, ຢູ່ນະຄອນຫຼວງ ດຮາກາ, ປະເທດ ບັງກະລາເດສ ໄດ້ເກີດເຫດບຸກໂຈມຕີກໍ່ການຮ້າຍເຮັດໃຫ້ກ່ວາ 20 ຄົນເສຍຊີວິດ ແລະ ກ່ວາ 40 ຄົນອື່ນຖືກຮັບບາດເຈັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈໄປຍັງທ່ານລັດຖະມົນຕີການຕ່າງປະເທດ ບັງກະລາເດສ Abul Hassan Mahmood Ali.
ໃນຂະນະນັ້ນ, ວັນທີ 3/7/ 2016, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ໜ້າເຫດບຸກໂຈມຕີກໍ່ການຮ້າຍດັ່ງກ່າວ, ທ່ານ ເລຫາຍບີ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ຫວຽດນາມ ກ່າວປະນາມບັນດາການເຄື່ອນໄຫວກໍ່ການຮ້າຍດ້ວຍທຸກໆຮູບແບບ ແລະ ຖືວ່າເຫດບຸກໂຈມຕີຢູ່ພັດຕະຄານ Holet Artisan, ນະຄອນຫຼວງ ດຮາກາ, ປະເທດ ບັງກະລາເດສ ທີ່ແນໃສ່ສາມັນຊົນແມ່ນການກະທຳບໍ່ອາດຮັບຮູ້ໄດ້. ຫວຽດນາມ ຂໍຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈໄປຍັງລັດຖະບານ, ປະຊາຊົນ ບັງກະລາເດສ ແລະ ບັນດາປະເທດມີພົນລະເມືອງຖືກເສຍຊີວິດ ແລະ ຄອບຄົວບັນດາຜູ້ປະສົບເຄາະຮ້າຍ.