ຫວຽດນາມກຽມພ້ອມຮ່ວມມືເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະການພັດທະນາແບບຍືນຍົງ
ເວທີປາໄສໂອ້ລົມສົນທະນາຂັ້ນສູງລະຫວ່າງຄະນະກຳມະການແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາຄູ່ຮ່ວມມືພັດທະນາ
|
(vovworld) – ວັນທີ 25/10, ຢູ່ຮ່າໂນ້ຍ, ທ່ານ ຈິ້ງດິ່ງຢູ້ງ, ຮອງນາຍົກລັດຖະມົນຕີ, ຮອງປະທານຜູ້ປະຈຳການຄະນະກຳມະການແຫ່ງຊາດ ກ່ຽວກັບການປ່ຽນແປງຂອງ ດິນຟ້າອາກາດ ແລະ ທ່ານນາງ Pratibha Mehta, ຜູ້ປະສານງານສະຫະປະຊາຊາດ ປະຈຳຫວຽດນາມ ເປັນປະທານ “ເວທີປາໄສໂອ້ລົມສົນທະນາຂັ້ນສູງລະຫວ່າງຄະນະກຳມະການແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາຄູ່ຮ່ວມມືພັດທະນາ”. ກ່າວຄຳເຫັນນະທີນີ້, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນາປະເທດຖືກຜົນສະທ້ອນຫຼາຍທີ່ສຸດຈາກການປ່ຽນແປງຂອງດິນຟ້າກາດ. ຍ້ອນ ການປ່ຽນແປງຂອງດິນຟ້າກາດ, ໃນຊຸມປີມໍ່ໆມານີ້ໄດ້ເກີດໄພພິບັດທຳມະຊາດ, ພິເສດແມ່ນ ພະຍຸ ນ້ຳຖ້ວມ ແລະ ໄພແຫ້ງແລ້ງ ນັບມື້ນັບເພີ່ມຂຶ້ນກ່ຽວກັບລະດັບ, ຄັ້ງເກີດຂຶ້ນໄດ້ກໍ່ໃຫ້ເກີດບັນດາຜົນເສຍຫາຍໃຫຍ່ຫຼວງກ່ຽວກັບຊີວິດອິນຊີ ແລະ ຄວາມເສຍຫາຍໃຫ້ແກ່ພື້ນຖານເສດຖະກິດ. ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ ແລະ ພວມເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍຍຸດທະສາດແຫ່ງຊາດກ່ຽວກັບ ການປ່ຽນແປງຂອງດິນຟ້າກາດ ແລະ ບັນດາຍຸດທະສາດການເຕີບໂຕຂຽວ, ປ້ອງກັນ ແລະ ຕ້ານໄພພິບັດທຳມະຊາດ, ພັດທະນາພະລັງງານຜະລິດຄືນໃໝ່… ດ້ວຍຫຼາຍໂຄງການ, ແຜນການຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດ ແລະ ຫລຸດຜ່ອນອາຍພິດເຮືອນແກ້ວ. ຫວຽດນາມ ກໍ່ໄດ້ໃຫ້ຄຳໝັ້ນສັນຍາຢ່າງແຮງຈະພ້ອມກັບປະຊາຄົມສາກົນຮັບມືກັບ ການປ່ຽນແປງຂອງດິນຟ້າກາດຢ່າງມີປະສິດທິຜົນ, ໃນນັ້ນມີການປະກອບແຜນຄາດຄະເນໂດຍປະເທດຊາດຕັດສິນເອງ, ເຊິ່ງລວມມີການປະກອບສ່ວນກ່ຽວກັບການຫລຸດຜ່ອນອາຍພິດເຮືອນແກ້ວ ແລະ ຮັບມືກັບ ການປ່ຽນແປງຂອງດິນຟ້າກາດ.