(vovworld) – ໃນວັນທີ 23/6, ຄະນະປະຕິບັດງານຫວຽດນາມ ປະຈຳສະຫະປະຊາຊາດ ຈັດການຕ້ອນຮັບແຂກ ເພື່ອຂົນຂວາຍໃຫ້ ທ່ານ ຫງວຽນຮົ່ງທາວ ເອກອັກຄະລັດຖະທູດຫວຽດນາມ ປະຈຳ Kuwait ອອກສະໝັກເລືອກຕັ້ງ ເຂົ້າເປັນ 1 ໃນຈຳນວນ 7 ສະມາຊິກໃນກຳມາທິການກົດໝາຍສາກົນ (ILC) ທີ່ໄດ້ຈັດແບ່ງ ໃຫ້ເຂດອາຊີ-ປາຊີຟິກ. ເຂົ້າຮ່ວມການຕ້ອນຮັບ ມີເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າ ຂອງບັນດາຄະນະປະຕິບັດງານປະຈຳ ຢູ່ສະຫະປະຊາຊາດ ແລະ ບັນດາຜູ້ນຳຈາກຫຼາຍອົງການຈັດຕັ້ງສາກົນ ເປັນຈຳນວນຫຼວງຫຼາຍ. ກ່າວຄວາມເຫັນ ທີ່ການຂົນຂວາຍ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດ, ທ່ານ ນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ ໃຫ້ຮູ້ວ່າ: ເປັນຄັ້ງທຳອິດທີ່ຫວຽດນາມມີຜູ້ອອກສະໝັກເລືອກຕັ້ງ ເຂົ້າໃນກຳມາທິການກົດໝາຍສາກົນ ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງຫວຽດນາມ ສຳລັບກົດໝາຍສາກົນ ກໍ່ຄືຄວາມມຸງມາດປາດຖະໜາ ປະກອບສ່ວນເຂົ້າໃນວຽກງານລວມຂອງສະຫະປະຊາຊາດ.
ໃນບົດກ່າວຄວາມເຫັນ ທ່ານ ຫງວຽນຮົ່ງທາວ ໃຫ້ຄຳໝັ້ນສັນຍາວ່າ: ຖ້າຫາກໄດ້ຮັບການເລືອກຕັ້ງ, ທ່ານ ຈະໃຫ້ບຸລິມະສິດ ແກ່ບາງຫົວຂໍ້ທີ່ເໝາະ ໃຫ້ແກ່ເຂດອາຊີ-ປາຊີຟິກ ກໍ່ຄືບັນດາປະເທດທີ່ກຳລັງພັດທະນາ ຢູ່ອາຊີ, ອາຟິກກາ, ລວມມີ: ການເກັບກຳ ແລະ ປະກາດ ບັນດາເອກະສານກ່ຽວຂ້ອງ ເຖິງທຳນຽມປະຕິບັດກົດໝາຍສາກົນ ຂອງບັນດາປະເທດ ຢູ່ ອາຊີ-ປາຊີຟິກ; ແກ້ໄຂບັນດາຂໍ້ຂັດແຍ່ງ ລະຫວ່າງ ບັນດາປະເທດຜ່ານມາດຕະການສັນຕິວິທີ; ບັນດາຫົວເລື່ອງອື່ນ ທີ່ຂື້ນກັບຂົງເຂດທີ່ ILC ສົນໃຈ.