ຫວຽດນາມ-ຈີນ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

(VOVWORLD) -2 ຝ່າຍເຫັນດີເຊື່ອມຕໍ່ບັນດາຖ້ຽວບິນການຄ້າເມື່ອເງື່ອນໄຂອະນຸຍາດ, ສ້າງເງື່ອນໄຂໃຫ້ແກ່ການໄປມາ, ການຈໍລະຈອນສິນຄ້າ.
ຫວຽດນາມ-ຈີນ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ - ảnh 1ທ່ານຮອງລັດຖະມົນຕິຜູ້ປະຈຳການລັດຖະບານ ຟ້າມບິ່ງມິນ ແລະ ທ່ານກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ ຫວາງອີ
(ພາບ: VGP)

ວັນທີ 10 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕິຜູ້ປະຈຳການລັດຖະບານຫວຽດນາມ ຟ້າມບິ່ງມິນ ພ້ອມກັບທ່ານກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ໄດ້ເປັນປະທານວາລະປະຊຸມຄັ້ງທີ 13 ຄະນະຊີ້ນຳການຮ່ວມມື 2 ຝ່າຍຫວຽດນາມ - ຈີນ.

        2 ຝ່າຍໄດ້ເຫັນດີຊຸກຍູ້ການຈັດຕັ້ງບັນດາການຢ້ຽມຢາມ, ພົບປະຂັ້ນສູງ; ຜັນຂະຫຍາຍການຮ່ວມມືລະຫວ່າງ 2 ພັກຢ່າງມີປະສິດທິຜົນ. 2 ຝ່າຍເຫັນດີເຊື່ອມຕໍ່ບັນດາຖ້ຽວບິນການຄ້າເມື່ອເງື່ອນໄຂອະນຸຍາດ, ສ້າງເງື່ອນໄຂໃຫ້ແກ່ການໄປມາ, ການຈໍລະຈອນສິນຄ້າ. 2 ຝ່າຍເຫັນດີສືບຕໍ່ນຳໃຊ້ບັນດາມາດຕະການຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ-ການຄ້າ, ການລົງທຶນຢ່າງມີປະສິດທິຜົນ; ເຫັນດີຮ່ວມມືກັນຄຸ້ມຄອງເຂດຊາຍແດນທາງບົກ ບົນພື້ນຖານເຄົາລົບບັນດາສັນຍາ ແລະ ເອກະສານນິຕິກຳກ່ຽວກັບຊາຍແດນໃຫ້ເປັນຢ່າງດີ. ກ່ຽວກັບບັນຫາທະເລ, 2 ຝ່າຍເຫັນດີສືບຕໍ່ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງຢ່າງເຂັ້ມງວດ, ຄວບຄຸມຄວາມບໍ່ລົງລອຍກັນ, ບໍ່ມີການປະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ຫຼື ເປີດກວ້າງການຂັດແຍ້ງກັນ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

        ສ່ວນທ່ານ ຫວາງອີ ປະກາດວ່າ, ຈີນ ຈະອຸປະຖຳວັກຊິນກັນໂຄວິດ-19 ຈຳນວນ 2 ລ້ານໂດສ ໃຫ້ແກ່ ຫວຽດນາມ ໃນປີນີ້, ຍົກຈຳນວນວັກຊິນເຊິ່ງ ຈີນ ອຸປະຖຳຂຶ້ນເຖິນ 5,7 ລ້ານໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ