ຫວຽດນາມ-ຈີນຊຸກຍູ້ການຮ່ວມມືພົວພັນແລກປ່ຽນປະຊາຊົນ
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາປຶກສາການເມືອງແຫ່ງຊາດ ຈີນ
(vovworld) – ວັນທີ 21/11, ຢູ່ ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາປຶກສາການເມືອງແຫ່ງຊາດ ຈີນ ໂດຍທ່ານ ຫຼີແສວເຟິງ, ຮອງປະທານສະພາປຶກສາການເມືອງແຫ່ງຊາດ ຈີນ ນຳໜ້າ, ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຫງວຽນທ້ຽນເຍີນ ເຊື່ອໝັ້ນວ່າ: ການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຂອງຄະນະຈະປະກອບສ່ວນປັບປຸງສາຍພົວພັນຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຈີນ. ທ່ານ ຫຼີແສວເຟິງ ຫວັງວ່າ: ໃນໄລຍະຈະມາເຖິງການຮ່ວມມືລະຫວ່າງ 2 ປະເທດນັບມື້ນັບພັດທະນາ, ໝັ້ນຄົງ, ຍາວນານເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.
ກ່ອນໜ້ານັ້ນ, ທ່ານຮອງປະທານທັງເປັນເລຂາທິການໃຫຍ່ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫວູຈ້ອງກິມ ໄດ້ເຈລະຈາກັບຄະນະຜູ້ແທນຂັ້ນສູງສະພາປຶກສາການເມືອງແຫ່ງຊາດ ຈີນ. 2 ຝ່າຍໄດ້ແລກປ່ຽນກ່ຽວກັບຄວາມຮັບຜິດຊອບ, ໜ້າທີ່ ແລະ ບົດຮຽນໃນການເຄື່ອນໄຫວຂອງ 2 ອົງການ, ພ້ອມທັງເຫັນດີເປັນເອກະສັນຈະພ້ອມກັນຍູ້ແຮງການຮ່ວມມືພົວພັນແລກປ່ຽນປະຊາຊົນ ເພື່ອຮັດແໜ້ນການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ອງການກໍ່ຄີລະຫວ່າງປະຊາຊົນ 2 ປະເທດ.