ຫວຽດນາມ-ຈີນເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

ຫວຽດນາມ-ຈີນເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ - ảnh 1
​ພົນ​ເອກ ເຈີ່ນ​ດ້າຍກວາງ ແລະ ທ່ານ ເມິງ​ກຽນ​ຈູ
(ພາບ: vietnamplus.vn)

(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ ​ກົວ​ເຊິງກວນ, ກຳ​ມະ​ການ​ລັດ​ຖະ​ບານ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຈີນ, ວັນ​ທີ 26/10, ຄະ​ນະ​ຜູ້​ແທນ​ຂັ້ັ້ນ​ສູງ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໂດຍ​ທ່ານ​ພົນ​ເອກ ເຈີ່ນ​ດ້າຍກວາງ, ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ນຳ​ໜ້າ​ໄດ​້​ເດີນ​ທາງ​ຢ້ຽມ​ຢາມ ຈີນ ແລະ ​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຄັ້ງ​ທີ 4 ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ແລະ ກະ​ຊວງ​ຕຳ​ຫຼວດ ຈີນ. ຕອ​ນ​ບ່າຍ​ວັນ​ທີ 26/10, ຢູ່ ນະ​ຄອນຫຼວງ ປັກ​ກິງ, ທ່ານ​ລັດ​ຖະ​ມົນ​ຕີ ເຈີ່ນ​ດ້າຍກວາງ ເຈ​ລະ​ຈາ​ກັບ​ທ່ານ ​ເມິງ​ກຽນ​ຈູ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ກຳ​ມະ​ການການ​ເມືອງ - ກົດ​ໝາຍສູນ​ກາງ​ພັກ​ກອມ​ມູ​ນິ​ດ ຈີນ. ທ່ານ​ລັດ​ຖະ​ມົນ​ຕີ ເຈີ່ນ​ດ້າຍກວາງ ປາດ​ຖະ​ໜາ​ວ່າ: ທ່ານ ​ເມິງ​ກຽນ​ຈູ, ສືບ​ຕໍ່​ເອົາ​ໃຈ​ໃສ່​ຊີ້​ນຳ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ ຈີນ ແລະ ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ ຈີນ ກັບກະ​ຊວງ​ຕຳຫຼວດ ຫວຽດ​ນາມ ​ໃຫ້ນັບ​ມື້​ນັບ​ພັດ​ທະ​ນາ, ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງ, ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ ແລະ ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍຂອງ​ແຕ່​ລະ​ປະ​ເທດ​, ເພື່ອສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ. ສ່ວນ​ທ່ານ ​ເມິງ​ກຽນ​ຈູ, ຢືນ​ຢັນ​ວ່າ: ພັກ, ລັດ ແລະ ປະ​ຊາ​ຊົນ ຈີນ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​​ວ່າ​ການ​ພົວ​ພັນ​ຮ່ວມ​ມື, ມິດ​ຕະ​ພາບກັບ ຫວຽດ​ນາມ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ອັນ​ດີ​ງາມ​ຍິ່ງ​ກ່​ວາ​ອີກ.

        ກອງ​ປະ​ຊຸມ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ລະ​ຫວ່າງ ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ແລະ ກ​ວງ​ຕຳຫຼວດ ຈີນ ແມ່ນກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​​ຖືກ​ຈັດ​ຕັ້ງ​​ຜັດປ່ຽນ​ກັນ 2 ປີ​ເທື່ອ​ໜຶ່ງ. ກອງ​ປະ​ຊຸມ​ຄັ້ງ​ນ​ີ້​ຈະ​ສຸມ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ, ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ໃນ​ຂົ​ງ​ເຂດ​​ຕໍ່​ສ​ູ້ປ້ອງກ​ັນ, ຕ້ານ​ອາດ​ອາ​ດ​ຊະ​ຍາ​ກຳ, ຮັກ​ສາ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ລະ​ຫວ່າງ 2 ກະ​ຊວງ, ​ເປັ​ນເອ​ກະ​ພາບ​ທິດ​ທາງ​ແຫ່ງ​ການ​ຮ່ວມ​ມື​ແຕ່ນີ້​ຮອດ​ປີ 2016 ແລະ ຊຸມ​ປີ​ຕໍ່​ໄປ.

 


ຂ່າວ/ບົດ​ອື່ນ