ຫວຽດນາມຈະພິຈາລະນາວິທີການ,ວິວັດທະນາການຍົກເວັ້ນວີຊາໂດຍໄວ

ຫວຽດນາມຈະພິຈາລະນາວິທີການ,ວິວັດທະນາການຍົກເວັ້ນວີຊາໂດຍໄວ - ảnh 1
ແຂກຕ່າງປະເທດເຮັດລະບຽບການເຂົ້າເມືອງຢູ່ສະໜາມບິນຂອງຫວຽດນາມ
(ພາບປະກອບຈາກVOA)

(vovworld) – ຫວຽດນາມ ​ຈະ​ພິຈາລະ​ນາ​ວິທີ​ການ, ວິວັດທະນາ​ການ​ຍົກ​ເວັ້ນວີ​ຊາ​ໂດຍ​ໄວ - ທ່ານ ມາຍ​ຕ່ຽນຢູ້ງ, ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າ​ການ​ສຳນັກ​ງານ​ນາຍົກລັດຖະມົນຕີ ​ໄດ້​ຢັ້ງຢືນ​ຄື​ແນວ​ນັ້ນ​ໃນ​ການ​ປະ​ຊຸ​ມຂ່າວປະຈຳ​ເດືອນ​ຂອງ​ລັດຖະບານ​ເມື່ອ​ຕອນ​ບ່າຍ​ວັນ​ທີ 2/6, ຢູ່​ຮ່າ​ໂນ້ຍ. ຕາມ​ທ່ານ​ລັດຖະມົນຕີ​ແລ້ວ, ລະບຽບ​ການ​ຍົກ​ເວັ້ນ ວີ​ຊາ​ໃຫ້​ແກ່​ພົນລະ​ເມືອງ ​ແລະ ວິ​ສາ​ຫະກິດ​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ສຳຄັນ​ເພື່ອ​ຊຸກຍູ້​ການ​ພັດທະນາການທ່ອງທ່ຽວ ​ແລະ ດຶງ​ດູດ​ນັກ​ລົງທຶນ​ຕ່າງປະ​ເທດເຂົ້າ​ມາ ຫວຽດນາມ. ປະຈຸ​ບັນ, ຫວຽດນາມ ​ໄດ້​ຍົ​ກ​ເວັ້ນວີ​ຊາ ​ໃຫ້​ພົນລະ​ເມືອງ​ຢູ່ 22 ປະ​ເທດ​ແລ້ວ ​ແຕ່​​ຈິດ​ໃຈ​ຊີ້​ນຳ​ຂອງ​ນາຍົກລັດຖະມົນຕີ​ແມ່ນ​ພິຈາລະນາ​ບັນດາ​ຂໍ້​ສະ​ເໜີ​ຂອງ​ວິ​ສາ​ຫະກິດ​ ​ແລະ ພົນ​ລ​ະ​ເມືອງ​ຫຼາຍ​ປະ​ເທດ​ອື່ນໆ​ອີກ:

        “ອາທິດ​ຈະ​ມາ​ເຖິງ, ກະຊວງ​ການ​ຕ່າງປະ​ເທດ​ຈະ​ລາຍ​ງານ​ຕໍ່​ຜູ້​ປະຈຳການ​ລັດຖະບານ​ພິຈາລະນາ​ວິທີ​ການ, ວິວັດທະນາ​ການ​ປະຕິບັດ​ການ​ຍົກ​ເວັ້ນວີ​ຊາ. ​ໃນ​ການ​ປະຕິບັດ​ງານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢູ່ ຍີ່ປຸ່ນ ຜ່ານ​ມາ, ລັດຖະບານ ຍີ່ປຸ່ນ ​ແລະ ອົງການ JICA ກໍ່​ໄດ້​ສ​ະ​ເໜີ​ ຫວຽດນາມ ພິຈາລະນາ​ຍົກ​ເວັ້ນວີ​ຊາ ​ແທນ​ທີ​ຈະ​ອອກວີ​ຊາ​ໄລຍະ 3 ​ເດືອນ. ສຳລັບບັນຫາ​ນີ້​ທ່ານ​ນາຍົກລັດຖະມົນຕີ ​ໄດ້ຮຽກຮ້ອງ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ​ພິຈາລະນາ​ຕາມ​ວິທີ​ການ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ພົນລະ​ເມືອງ, ວິ​ສາ​ຫະກິດ ຍີ່ປຸ່ນ. ​ແລະ​ຈະ​ສະຫລຸບ 1 ປີ​ແຫ່ງ​ການ​ປະຕິບັດ​ການ​ຍົກ​ເວັ້ນວີ​ຊາ​ໃຫ້​ບັນດາ​ປະ​ເທດ​ດັ່ງກ່າວເພື່ອ​ພິຈາລະນາ​, ຕົກລົງ.”

        ​ເພື່ອ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ​ເປັນ​ຢ່າງ​ດີ, ຫວຽດນາມ ກໍ່​ກະກຽມ​ພື້ນຖານ​ໂຄງ​ລ່າງ​ຕ້ອນຮັບ​ແຂກທ່ອງ​ທ່ຽວ, ​ໃນ​ນັ້ນ​ມີ​ການ​ຄົ້ນ​ຄ້ວາ​ເປີດ​ກ້ວາງ ທ່າ​ອາ​ກາດ​ສະຍາ​ນສາກົນ ​ໂນ້ຍບາຍ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ຫງວຽນ​ຮົ່ງ​ເຈື່ອງ ​ໃຫ້​ຮູ້​ວ່າ: ນາຍົກລັດຖະມົນຕີ​ໄດ້​ວາງ​​ແຜນ​ສັງ​ລວມ 4 ທ່າ​ອາກາດ​ສະຍານ T1, T2, T3, T4. ປະຈຸ​ບັນ, ຫວຽດນາມ ສ້າງ​ສຳ​ເລັດ​ທ່າ​ອາກາດ​ສະຍານ 2 ​ແຫ່ງ​​ແມ່ນ T1, T2 ແລ້ວ.


ຂ່າວ/ບົດ​ອື່ນ