ຫວຽດນາມຈະໄດ້ຮັບ ຜົນປະໂຫຍດຈາກ ວິວັດການຫັນປ່ຽນ ແຫຼ່ງທຶນ FDI

ຫວຽດນາມຈະໄດ້ຮັບ ຜົນປະໂຫຍດຈາກ ວິວັດການຫັນປ່ຽນ ແຫຼ່ງທຶນ FDI - ảnh 1
(ພາບປະກອບ)


Vovworld- ວັນທີ 10/1,ໃນ​ບົດ​ໃຫ້​ຂໍ້​ສັງ​ເກດ​ທີ່​ມີ​ຊື່ວ່າ “ການ​ຫັນປ່ຽນ​ອັນ​ຍິ່ງ​ໃຫຍ່”  ກຸ່ມ​ບໍລິສັດ HSBC ​ໄດ້​ຊີ້​ແຈ້ງ​ວ່າ : ຫວຽດນາມ​ພ້ອມ​ກັບ 2 ປະ​ເທດ​ອື່ນໃນອາຊີ ຄື​ອິນ​ເດຍ ແລະ ອິນໂດເນເຊຍ ຈະໄດ້ຮັບຜົນປະໂຫຍດຈາກວິວັດການຫັນປ່ຽນ ແຫຼ່ງທຶນ FDI ຍ້ອນ​ມີ​ແຫຼ່ງ​ແຮງ​ງານ​ຫຼວງ​ຫຼາຍ ​ແລະ ຕະຫຼາດ​ຢູ່​ພາຍ​ໃນ​ປະ​ເທດ​ພັດທະນາ​ຢ່າງ​ແຂງ​ແຮງ. ກຸ່ມ​ບໍລິສັດ HSBC ຖື​ວ່າ : ​ໃນ​ມໍ່ໆມາ​ນີ້, ​ແຫຼ່ງ​ເງິນ​ລົງທຶນ​ສ່ວນ​ຫຼາຍ​ຈາກ​ຍີປຸ່ນ​ໄດ້​ຫັນ​ໄປ​ສູ່​ບັນດາ​ປະ​ເທດ​ອາ​ຊຽນ​ເພື​ອ່ຈຳກັດ​ຄວາມ​ສ່ຽງ​ຈາກ​ຈີນ. ສິ່ງ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງທີ່​ມີ​ຕໍ່​ບັນດາ​ປະ​ເທດ​ນີ້​ຖ້າ​ຫາກ​ເຂົາ​ເຈົ້າ​ປະຕິບັດ​ນະ​ໂຍບາຍ​ເພື່ອ​ຮັບ​ເອົາ​ຜົນ​ປະ​ໂຫຍ​ດຈາກ​ການ​ຫັນປ່ຽນ. ​ແລະ ບໍ່​ພຽງ​ແຕ່​ຍີ​ປຸ່ນ​ເທົ່່ານັ້ນ, ຫາກ​ຍັງ​ມີ​ບັນດາ​ບໍລິສັດ​ຈາກ​ຫຼາຍ​ປະ​ເທດ​ອື່ນ​ກໍ​ໄດ້​ປະກອບ​ສ່ວນ​ເຂົ້າ​ໃນ​ຂະ​ບວນຫັນປ່ຽນ​ການ​ຜະລິດ​ອອກ​ຈາກ​ຈີນ​ຂະນະ​ທີ່​ເຂົາ​ເຈົ້າ​ໄດ້​ມີ​ຕະຫຼາດ​ອື່ນໆ​ທີ່​ສະດວກ​ກ່ວາ. ຫວຽດນາມ​ແມ່ນ​ປະ​ເທດ​ທີ່​ມີ​ກຳລັງ​ແຮງ​ງານ​ຫຼວງ​ຫຼາຍ ​ແລະ​ ຕະຫຼາດ​ໃຫຍ່​ພໍ​ສົມຄວນ​ເພື່ອ​ຮັກສາ​ຄວາມ​ຮຽກຮ້ອງ​ຕ້ອງການຢູ່​ພາຍ​ໃນປະ​ເທດ​ຢ່າງ​ແຂງ​ແຮງ.  HSBC ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ​ຈະ​ກາຍ​ເປັນ​ສະຖານ​ທີ່​ນັບ​ມື້​ນັບດູດ​ດື່ມສຳລັບ​ບັນດາ​ນັກ​ລົງທຶນ. ຖ້າ​ຫາກ​ຄິດ​ໄລ່​ຕາມ​ອັດຕາ GDP ນັ້ນ, ຫວຽດນາມ​ແມ່ນ​ປະ​ເທດ​ໃຫຍ່​ອັນ​ດັບ 2 ກ່ຽວ​ກັບ​ການ​ດຶງ​ດູດ​ທຶນ FDI ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຖັດຈາກ ສິງກະ​ໂປ.

ຂ່າວ/ບົດ​ອື່ນ