ຫວຽດນາມຊ່ວຍລາວ ກໍ່ສ້າງສະຖານີຖ່າຍທອດ ວິທະຍຸກະຈາຍສຽງ- ໂທລະພາບຢູ່ແຂວງອຸດົມໄຊ
(ພາບ: ນັກຂ່າວລາວ)
(vovworld)-ຕອນເຊົ້າວັນທີ 3/1, ຢູ່ເທດສະບານເມືອງອຸດົມໄຊ-ທາງພາກເໜືອລາວ, ກະຊວງຖະແຫຼງຂ່າວ-ວັດທະນະທຳ-ທ່ອງທ່ຽວລາວ, ອຳນາດການປົກຄອງແຂວງອຸດົມໄຊ ແລະ ໂທລະພາບແຫ່ງຊາດຫວຽດນາມ ສົມທົບກັນຈັດພິທີວາງສີລາລຶກໂຄງການສ້າງສະຖານີຖ່າຍທອດວິທະຍຸກະຈາຍສຽງ-ໂທລະພາບຢູ່ແຂວງອຸດົມໄຊ ດ້ວຍທຶນອຸປະຖຳພັດທະນາທາງການ (ODA) ຂອງຫວຽດນາມ. ໂຄງການລວມມີລະບົບເຄື່ອງອຸປະກອນເຕັກນິກ ແລະ ພື້ນຖານໂຄງລ່າງ ເພື່ອຕອບສະໜອງການຕິດຕັ້ງບັນດາລະບົບເຄື່ອງອຸປະກອນຈັກກະຈາຍສຽງ ແລະ ກະຈາຍພາບ ໂດຍບໍລິສັດຈິດຈະເລີນກໍ່ສ້າງ./.