(ຫວຽດນາມ ຊ່ວຍເຫຼືອ ລາວອຸປະກອນ ແລະ ລາຍການ
ກໍ່ສ້າງວິຊາການພູມປະເທດການທະຫານ)
(vovworld) - ວັນທີ 8/12, ຢູ່ສຳນັກງານກະຊວງປ້ອງກັນປະເທດລາວ ທີ່ນະຄອນຫຼວງວຽງຈັນ, ກົມແຜນທີ່, ສັງກັດກອງເສນາທິການກອງທັບປະຊາຊົນຫວຽດນາມ, ໄດ້ມອບບັນດາອຸປະກອນ ແລະ ລາຍການກໍ່ສ້າງວິຊາການພູມປະເທດການທະຫານໃຫ້ກົມແຜນທີ່, ສັງກັດກອງເສນາທິການ, ກອງທັບປະຊາຊົນລາວ, ເພື່ອແນໃສ່ຍົກສູງວິຊາການໃຫ້ຂະແໜງພູມປະເທດການທະຫານຂອງລາວ. ກ່າວຄວາມເຫັນນະພິທີ, ພັນເອກ ທອງຈັນ ວັນນະສີ, ຫົວໜ້າກົມແຜນທີ່, ກອງທັບປະຊາຊົນລາວ ຢືນຢັນວ່າ, ການເຄື່ອນໄຫວນີ້ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ສາຍພົວພັນລະຫວ່າງສອງກົມ, ກໍ່ຄືລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດລາວ ແລະ ຫວຽດນາມ. ທ່ານພັນເອກ ທອງຈັນ ວັນນະສີ ຍັງໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ບັນດາອຸປະກອນໂດຍ ຫວຽດນາມມອບໃຫ້ຢ່າງມີປະສິດທິຜົນ ເພື່ອໃຫ້ຂະແໜງພູມປະເທດການທະຫານເວົ້າສະເພາະ ແລະ ຂະແໜງແຜນທີ່ຂອງລາວເວົ້າລວມມີເງື່ອນໄຂຍົກລະດັບດ້ານວິຊາການ, ວິຊາສະເພາະ, ປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະເທດຊາດ.