ຫວຽດນາມຍົກລະດັບຮັບມືກັບໂລກພະຍາດEbola
ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ເຮັດວຽກກັບ ໂຮງໝໍເຂດຮ້ອນສູນກາງ
(ພາບ:vovgiaothong.vn)
(vovworld) – ບັນດາຮາກຖານການແພດຄວນຍົກສູງສະຕິລະວັງຕົວ ແລະ ຍົກລະດັບຮັບມືກັບໂລກພະຍາດ Ebola ທີ່ມີໄພເຊື່ອມຊຶມເຂົ້າ ຫວຽດນາມ ກ່ວາອີກ. ນັ້ນແມ່ນຄຳຮຽກຮ້ອງຂອງທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ໃນການກວດກາວຽກງານປ້ອງກັນ, ຕ້ານພະຍາດນີ້ຢູ່ໂຮງໝໍເຂດຮ້ອນສູນກາງໃນວັນທີ 19/10. ເຂົ້າຮ່ວມຄະນະກວດກາມີຜູ້ຕາງຫນ້າອົງການອະນາໄມໂລກປະຈຳ ຫວຽດນາມ. ເຖິງວ່າ, ຫວຽດນາມ ຍັງບໍ່ທັນພົບເຫັນກໍລະນີໃດຕິດພະຍາດ Ebola ກໍ່ຕາມ, ແຕ່ຜ່ານການກວດກາສະແດງໃຫ້ເຫັນວ່າ: ໂຮງໝໍເຂດຮ້ອນສູນກາງໄດ້ກຽມພ້ອມໃຫ້ແກ່ການຮັບ, ປິ່ນປົວ ແລະ ປ້ອງກັນ, ຕ້ານການແຜ່ລະບາດນີ້. ໂຮງໝໍແຫ່ງນີ້ໄດ້ວາດພາບວິທີແນະນຳການບົ່ງມະຕິ ແລະ ປິ່ນປົວພະຍາດ Ebola, ສ້າງແຜນການປ້ອງກັນ, ຕ້ານພະຍາດ ແລະ ສ້າງຕັ້ງກອງພະຍາບານສຸກເສີນນອກໂຮງໝໍ. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ໄດ້ຮຽກຮ້ອງທຸກໆຮາກຖານການແພດຍົກສູງລະດັບລະວັງຕົວ ແລະ ລະດັບຮັບມືກັບໂລກພະຍາດ Ebola ຍິ່ງກ່ວາອີກ. ຫວຽດນາມ ຈະສ້າງຕັ້ງກອງປະຕິກິລິຍາໄວລະດັບຊາດ 4 ກອງເພື່ອຮັບມືກັບພະຍາດດັ່ງກ່າວ.