ຫວຽດນາມ-ຍີ່ປຸ່ນສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ,ການລົງທຶນດ້ານເສດຖະກິດ

ຫວຽດນາມ-ຍີ່ປຸ່ນສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ,ການລົງທຶນດ້ານເສດຖະກິດ - ảnh 1
ການ​ເຮັດ​ວຽກ​ລະ​ຫວ່າງ 2 ຄະ​ນະ
(ພາບ: Doãn Tấn/TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 20/1, ທີ່​ການ​ຕ້ອນຮັບ​​ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ ​ແລະ ປ້ອງ​ກັນ​ສະພາ​ສູງ​ຍີ່ປຸ່ນ Katayama Satsuki, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈູງ​ຫາຍ ຢືນ​ຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກເຮັດ​ໃຫ້ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ຍີ່ປຸ່ນ​​ນັບ​ມື້​ນັບເລິກ​ເຊິ່ງກ່ວາ​ອີກ. ຖື​ນີ້​ແມ່ນ​ໜຶ່ງ​ໃນບັນດາ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈູງ​ຫາຍ ຕີ​ລາຄາ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ​ໃນ​ປະຈຸ​ບັນ​ພວມ​ຢູ່​ໃນ​ໄລຍະ​ພັດທະນາ​ອັນ​ດີງາມ ພິ​ເສດ​ນັບ​ແຕ່​ສ້າງ​ການພົວພັນ​ທາງ​ການ​ທູດ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈູງ​ຫາຍ ຂອບ​ໃຈ​ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ປະຊາຊົນ​ຍີ່ປຸ່ນ ​ໄດ້​ສະ​ຫງວນ​ໃຫ້​ແກ່​ ຫວຽດນາມ​ ການ​ໜູນ​ຊ່ວຍ​ຜ່ານ​ການ​ສະໜອງ​ແຫຼ່ງທຶນ​ໜູນ​ຊ່ວຍ​ພັດທະນາ​ຢ່າງ​ເປັນ​ທາງ​ການ​ໃຫ້​ແກ່​ ຫວຽດນາມ ​ໃນ​ກ່ວາ 20 ປີຜ່ານ​ມາ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດ​ຖະກິດ​ສັງຄົມ​ຂອງ​ຫວຽດນາມ, ​ໃນ​ນັ້ນ​ມີ​ບັນດາ​ໂຄງການ​ສຳຄັນ​ຄື: ທາງບົກ​ຄວາມ​ໄວ​ສູງ​ເໜືອ -​ ໃຕ້, ທ່າ​ອາກາດ​ສະຍານ T2 ສະໜາມ​ບິນ​ສາກົນ​ໂນ້ຍບ່າຍ, ຂົວ​ເຍີ​ດ​ເຕີນ… ​ໄດ້​ກາຍ​ເປັນ​ບັນດາ​ສັນຍາ​ລັກ​​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ຫວຽດນາມ-​ຍີ່ປຸ່ນ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈູງ​ຫາຍ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຊຸກຍູ້​ການ​ຮ່ວມ​ມື​ການ​ຄ້າ, ການ​ລົງທຶນ​ຢ່າງ​ແຮງ​ກ່ວາ​ອີກ, ການ​ຮ່ວມ​ມື​ດ້ານເສດຖະ ກິດ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ເປີດ​ກ້ວາງ ດ້ວຍ​​ເລື່ອງ 2 ຝ່າຍ​ພວມ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາຫະກຳ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ຫວຽດນາມ-​ຍີ່ປຸ່ນ, ກໍ່​ຄື​ບັນດາ​ຄວາມ​ຄືບ​ໜ້າ​ໃນ​ວິວັດ​ການ​ຮ່ວມ​ສຳພັນ​ເສດຖະກິດ​ພາກ​ພື້ນ​ຄື ການ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ, ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP).​


ຂ່າວ/ບົດ​ອື່ນ