ຫວຽດນາມ-ຍີ່ປຸ່ນເພີ່ມທະວີການປ້ອງກັນຄວາມສະຫງົບ

ຫວຽດນາມ-ຍີ່ປຸ່ນເພີ່ມທະວີການປ້ອງກັນຄວາມສະຫງົບ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ເຈີນ​ດ້າຍກວາງ
ຕ້ອນ​ຮັບຮອງ​ຜູ້​ບັນ​ຊາ​ການ​ສຳ​ນັກ​ງານ​ຕ​ຳ​ຫຼວດ​ແຫ່ງ​ຊາດ​ຍີ່​ປຸ່ນ
(ພາບ: cand)

(vovworld) - ​ຕອນ​ບ່າຍ​ວັນ​ທີ 15/12, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​​ໃຫ້​ການ​ຕ້ອນ​ຮັບ​ຄ​ະ​ນະ​ຜ​ູ້​ແທນ​ຂັ້ນ​ສູງ​​ສຳ​ນັກ​ງານ​ຕຳ​ຫຼວດ​ແຫ່ງ​ຊາດ​ຍີ່​ປຸ່ນ ໂດຍ​ທ່ານ Sakaguchi Masayoshi, ຮອງ​ຜູ້​ບັນ​ຊາ​ການ​ສຳ​ນັກ​ງານ​ຕ​ຳ​ຫຼວດ​ແຫ່ງ​ຊາດ​ຍີ່​ປຸ່ນ, ພວມ​ຢ້​ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, 2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ນຳ​ກັນ​ໂ​ດຍ​ຖື​ວ່າ, ໃນ​ໄລ​ຍະ​ຜ່ານ​ມາ, ກະ​ຊວງ​ຕຳ​ຫຼ​ວດ​ຫວຽດ​ນາມ ແລະ ສຳ​ນັກ​ງານຕຳ​ຫຼວດ​ຍີ່​ປຸ່ນ ໄດ້​ຮັກ​ສາ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ແຫ່ງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ເປັນ​ປະ​ຈຳ, ຈາກ​ການ​ຕໍ່​ສູ້​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ອາດ​ຊະ​ຍາ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ​ປົກ​ປ້ອງ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ພົນ​ລະ​ເມືອງ​ຂອງ 2 ປະ​ເທດ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ​ຢູ່ປະ​ເທດ​ຂອງ​ກັນ. ທ່ານລັດ​ຖະ​ມົນ​ຕີ ເຈີນ​ດ້າຍກວາງ ປາດ​ຖະ​ໜາ​ວ່າ, ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ, ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ແລະ ສຳ​ນັກ​ງານ​ຕຳ​ຫຼວດ​ແຫ່ງ​ຊາດ​ຍີ່​ປຸ່ນ ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ສົມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ໃຫ້​ເປັນ​ຢ່າງ​ດີ, ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ, ຕ່ໍ​ສູ້້​​ຕ້ານ​ອາດ​ຊະ​ຍາ​ກຳ​ສາ​ກົນ, ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຂ່າວ/ບົດ​ອື່ນ