ຫວຽດນາມຍາມໃດກໍຊົມເຊີຍ ແລະ ຕ້ອນຮັບບັນດາວິສາຫະກິດ EU
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ແລະທ່ານ Bernd Lange ປະທານຄະນະກຳມະການການຄ້າສາກົນ, ລັດຖະສະພາເອີລົບ
(ພາບ: baodientuchinhphu) |
(vovworld)- ຕອນບ່າຍວັນທີ 7/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ໃຫ້ການຕ້ອນຮັບປະທານຄະນະກຳມະການການຄ້າສາກົນ, ລັດຖະສະພາເອີລົບ ທ່ານ Bernd Lange ພ້ອມດ້ວຍຄະນະຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ສະເໜີ ສະຫະພາບເອີລົບ ຈົ່ງສຳເລັດການໃຫ້ສັດຕະຍາບັນສັນຍາແມ່ກ່ຽວກັບການຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານ, ຮັບຮອງຫວຽດນາມແມ່ນພື້ນຖານເສດຖະກິດຕະຫຼາດຢ່າງເຕັມສ່ວນໂດຍໄວ; ພ້ອມທັງສະເໜີໃຫ້ 2 ຝ່າຍຈົ່ງມານະພະຍາຍາມເຈລະຈາເພື່ອເຊັນສັນຍາ FTA ໃນກາງປີນີ້. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ສະເໜີ ລັດຖະສະພາເອີລົບສະໜັບສະໜູນ, ຊຸກຍູ້ເພື່ອໃຫ້ ສັນຍາ FTA ລະຫວ່າງຫວຽດນາມ- ສະຫະພາບເອີລົບໄດ້ຮັບການລົງນາມໂດຍໄວ ແລະ ຜັນຂະຫຍາຍປະຕິບັດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ຖືວ່າ ການລົງນາມ ແລະ ປະຕິບັດ ສັນຍາ FTA ກັບບັນດາຄູ່ຮ່ວມມື ແມ່ນບໍ່ພຽງແຕ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ 2 ຝ່າຍເທົ່ານັ້ນ, ຫາກຍັງປະກອບສ່ວນຊ່ວຍຫວຽດນາມສ້າງລະບອບເສດຖະກິດຕະຫຼາດ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງຍັງຢືນຢັນວ່າ ຫວຽດນາມຍາມໃດກໍຊົມເຊີຍ ແລະ ຕ້ອນຮັບ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ສະຫະພາບເອີລົບມາລົງທຶນ, ດຳເນີນທຸລະກິດຍາວນານສຳເລັດຜົນຢູ່ຫວຽດນາມ.
ສ່ວນປະທານຄະນະກຳມະການການຄ້າສາກົນ, ລັດຖະສະພາເອີລົບ ທ່ານ Bernd Lange ຢືນຢັນວ່າ ສະຫະພາບເອີລົບຍາມໃດກໍຖືເປັນສຳຄັນຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ, ເພາະສະນັ້ນ, ຄະນະກຳມະການການຄ້າສາກົນ, ລັດຖະສະພາເອີລົບ ຈະເອົາໃຈໃສ່ຢ່າງສຸດຂີດເຖິງຂໍ້ສະເໜີຂອງຫວຽດນາມ. ທ່ານຍັງສະແດງຄວາມເຊື່ອໝັ້ນວ່າ ສັນຍາ FTA ລະຫວ່າງຫວຽດນາມ- ສະຫະພາບເອີລົບ ຈະໄດ້ຮັບການລົງນາມໂດຍໄວ ເພາະວ່າ ສັນຍາ FTA ແມ່ນສັນຍາຮອບດ້ານ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ.