ຫວຽດນາມຍາມໃດກໍ່ປາດຖະໜາຢາກຍູ້ແຮງການພົວພັນກັບບັນດາອົງການຈັດຕັ້ງສາກົນ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງຂອງສະຫະປະຊາຊາດປະຈຳຫວຽດນາມ ໂດຍທ່ານ Kamal Malhotra, ຜູ້ປະສານງານຂອງສະຫະປະຊາຊາດ ປະຈຳຫວຽດນາມ ນຳໜ້າ.
ຫວຽດນາມຍາມໃດກໍ່ປາດຖະໜາຢາກຍູ້ແຮງການພົວພັນກັບບັນດາອົງການຈັດຕັ້ງສາກົນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງຂອງສະຫະປະຊາຊາດປະຈຳຫວຽດນາມ
(ພາບ: VGP)

ຕອນບ່າຍວັນທີ 8 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງຂອງຫະປະຊາຊາດປະຈຳຫວຽດນາມ ໂດຍທ່ານ Kamal Malhotra, ຜູ້ປະສານງານຂອງສະຫະປະຊາຊາດ ປະຈຳຫວຽດນາມ ນຳໜ້າ.

        ທ່ານ Kamal Malhotra ຕາງໜ້າໃຫ້ບັນດາອົງການຈັດຕັ້ງສະຫະປະຊາຊາດປະຈຳຫວຽດນາມ ອວຍພອນຫວຽດນາມ ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກສຳເລັດຜົນ. ທ່ານ Kamal Malhotra ຊີ້ແຈ້ງວ່າ, ຍາມໃດສະຫະປະຊາຊາດກໍ່ໃຫ້ບຸລິມະສິດເພີ່ມທະວີການຮ່ວມມືກັບຫວຽດນາມ, ໜູນຊ່ວຍຫວຽດນາມ ໃນບັນຫາວັກຊິນກັນເຊື້ອພະຍາດໂຄວິດ-9 ຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນ. ສະຫະປະຊາຊາດ, ອົງການອະນາໄມໂລກ (WHO)… ເຂົ້າຮ່ວມ COVAX ຈະມານະພະຍາຍາມຜັນຂະຫຍາຍສະໜອງວັກຊິນກັນເຊື້ອພະຍາດໂຄວິດ-19 ງວດທຳອິດກ່ອນທ້າຍເດືອນກຸມພານີ້.

        ທ່ານ Kidong Park, ຫົວໜ້າອົງການ WHO ປະຈຳຫວຽດນາມ ສະແດງຄວາມຕັດສິນໃຈຈະຮ່ວມເດີນທາງພ້ອມກັບຫວຽດນາມ ມຸ່ງໄປເຖິງການພັດທະນາໃນອະນາຄົດ; ພ້ອມທັງເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ປະຕິບັດນະໂຍບາຍຮ່ວມມືກັບບັນດາຄູ່ຮ່ວມມືສາກົນ ແລະ WHO ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືກັບຫວຽດນາມ ໃນບັນດາກົນໄກ 2 ຝ່າຍ ແລະ ຫຼາຍຝ່າຍ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ໃນການຊຸກຍູ້ການພົວພັນກັບຫວຽດນາມ, ບັນລຸໝາກຜົນລະອຽດຫຼາຍຢ່າງ, ແທດຈິງໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຢາກຍູ້ແຮງການພົວພັນກັບບັນດາອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມມືສຳຄັນ; ສະເໜີໃຫ້ບັນດາອົງການຈັດຕັ້ງສະຫະປະຊາຊາດ, WHO… ສືບຕໍ່ໜູນຊ່ວຍຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ