ຫວຽດນາມຍາມໃດກໍເອົາໃຈໃສ່ພັດທະນາ ແລະ ນຳໃຊ້ບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດທາງດ້ານເຄມີສາດ

ຫວຽດນາມຍາມໃດກໍເອົາໃຈໃສ່ພັດທະນາ ແລະ ນຳໃຊ້ບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດທາງດ້ານເຄມີສາດ - ảnh 1
ທ່າ​ນນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ້ນຢຸງ
(ພາບປະກອບ)

(vovworld)-ຕອນ​ບ່າຍ​ວັນ​ທີ 28/7, ຢູ່​ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ​ການ​ເສ​ງ ​ໂອ​ລິ​ມປິກ​ວິຊາ​ເຄມີ​ສາດ​ສາກົນ​ຄັ້ງ​ທີ 46, ທ່າ​ນນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ້ນຢຸງ ​ເນັ້ນ​ໜັກ​ວ່າ ​ໃນ​ສັງກາດ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີທີ່​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແຮງ, ການ​ພັດທະນາ​ຂອງ​ຂະ​ແຂງ​ວິທະຍາ​ສາດ​ເຄມີ​ສາດ​ຈະ​ສືບ​ຕໍ່​ແມ່ນ​ຂົງ​ເຂດ​ວິທະຍາສາດ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຊຸກຍູ້​ທັງ​ໃນ​ລະດັບ​ຊາດ ​ແລະ ສາກົນ. ຢູ່​ຫວຽດນາມ​ການ​ສຶກສາ​ບຳລຸງ​ສ້າງ ​ແລະ ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ໄດ້​ຮັບ​ການ​ກຳນົດ​ແມ່ນ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ, ລັດຖະບານ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ພັດທະນາ ​ແລະ ນຳ​ໃຊ້​ບັນດາ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ທາງ​ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ​ໃນ​ນັ້ນ​ມີບັນດາ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ທາງ​ດ້ານ​ເຄມີ​ສາດ. ທ່າ​ນນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ້ນຢຸງ ​ເນັ້ນ​ໜັກ​ວ່າ ການ​ເສ​ງ ​ໂອ​ລິ​ມປິກ​ວິຊາ​ເຄມີ​ສາດ​ສາກົນ​ ກໍ​ແມ່ນ​ໂອກາດ​ເພື່ອ​ຄົ້ນ​ພົບ​ບັນດາ ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ພ້ອມ​ທັງ​ເຊີດ​ຊູ ​ແລະ ຊຸກຍູ້​ການ​ພັດທະນາ​ວິທະຍາສາດ​ເຄມີ​ສາ​ດ​ໃຫ້​ແຂງ​ແຮງ. ທ່າ​ນນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ້ນຢຸງ ​ກ່າວ​ວ່າ :

ພວກ​ນ້ອງ​ນັກຮຽນແມ່ນ​ບັນ​ດາ​ເຈົ້າ​ຂອງ​ຂອງ​ການ​ສອບ​ເສັງ​ນີ້ - ​ເຊິ່ງ​ແມ່ນ​ການ​ສອບ​ເສັງ​ເຊິ່ງພວກ​ເຮົາ​ທັງ​ໝົດ​ແມ່ນ​ຜູ້​ໄດ້​ຮັບ​ໄຊຊະນະ. ພວກ​ນ້ອງ​ທຸກ​ຄົນ​ລ້ວນ​ແຕ່​ໄດ້​ຜ່ານ​ຜ່າ​ການ​ທ້າ​ທາຍ​ຂອງ​ການ​ສອບ​ເສ​ັງ ​ແລະ ​ມີ​ຊຸມ​ວັນ​ໄດ້​ເຕົ້າ​ໂຮ​ມນຳ​ກັນ​ໃນ​ນ້ຳ​ໃຈ​ເພື່ອນ​ມິດ ​ແລະ ຄວາມ​ສາມັກຄີ​ສາກົນ​ຢ່າງ​ສະໜິດສະໜົມ, ມິດ​ຕະພາບ. ອະນາຄົດ​ຂອງ​ໂລກ​ຈະ​ຂຶ້ນ​ກັບລຸ້ນ​ພວກ​ນ້ອງ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ຫຼາຍ​ຄົນ​​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ຄັ້ງ​ນີ້​ຈະ​ກາຍ​ເປັນ​ນັກວິທະຍາສາດ​ດີ​ເດັ່ນ, ບັນດາ​ການ​ນຳ, ນັກ​ຄຸ້ມ​ຄອງ​ທີ່ປິຊາ​ສາມາ​ດ, ບັນລຸ​ຜົນສຳ​ເລັດ, ອຸທິ​ດສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ຄວາມ​ວັດທະນາ​ຖາວອນ​ຂອງ​ປະ​ເທດ​ຕົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື, ພັດທະນາ​ລະຫວ່າງ​ປະ​ເທດ​ຕ່າງໆ ແລະ ນຳ​ມາ​ເຊິ່ງສັນຕິພາບ, ຄວາມ​ວັດທະນາ​ຖາວອນ, ຄວາມສຸກ​ໃຫ້​​ແກ່​ມວນມະນຸດ

          ທີ່​ພິທີ​ອັດ, ຄະນະ​ຈັດ​ຕັ້ງ​ການ​ສອບ​ເສັງ​ ອ​ລິ​ມປິກ​ວິຊາ​ເຄມີ​ສາດສາກົນ​ຄັ້ງ​ທີ 46 ​ໄດ້​ມອບ​ຫຼຽນ​ຄຳ, ຫຼຽນ​ເງິນ, ຫຼຽນ​ທອງ ​ແລະ 10 ລາງວັນ​ຊົ​ມ​ເຊີຍ​ໃຫ້​ບັນດາ​ນັກຮຽນ​ເຂົ້າ​ຮ່ວມ​ການສອບ​ເສັງ.



ຂ່າວ/ບົດ​ອື່ນ