ຫວຽດນາມຕັ້ງໜ້າປັບປຸງບັນດາຮ່າງກົດໝາຍວ່າດ້ວຍການເຫຼື້ອມໃສສາສະໜາແລະກົດໝາຍວ່າດ້ວຍສະມາຄົມ
ທ່ານລັດຖະມົນຕີວ່າການກະຊວງພາຍໃນ ຫງວຽນທ້າຍບິ່ງ
ຕອນຮັບເອກອັກຄະລັດຖະອາເມລິກາ ປະຈຳຫວຽດນາມ
(ພາບ: vietnamnet)
(vovworld) – ວັນທີ 04/11, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ, ຜູ້ມີອຳນາດເຕັມແຫ່ງສະຫະລັດອາເມລິກາ ປະຈຳຫວຽດນາມ Ted Osius, ທ່ານລັດຖະມົນຕີວ່າການກະຊວງພາຍໃນຫວຽດນາມ ຫງວຽນທ້າຍບິ່ງ ໃຫ້ຮູ້ວ່າ, 2 ກົດໝາຍສຳຄັນ, ແມ່ນເສົ້າຄ້ຳຂອງພື້ນຖານການບໍລິຫານລັດຫວຽດນາມ ເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາ, ນັ້ນແມ່ນກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນ. ກະຊວງພາຍໃນ ກໍໄດ້ຮັບມອບໝານຈາກລັດຖະບານ ໃຫ້ເປັນເຈົ້າການສ້າງ 2 ຮ່າງກົດໝາຍນັ້ນແມ່ນ: ກົດໝາຍວ່າດ້ວຍການເຫຼ້ືືອມໃສສາສະໜາ ແລະ ກົດໝາຍວ່າດ້ວຍສະມາຄົມ ເພື່ອແນໃສ່ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ຈັດຕັ້ງໃນວິວັດເຂົ້າຮ່ວມບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງສະມາຄົມ ແລະ ບັນດາອົງການສາສະໜາຢູ່ຫວຽດນາມ. ທ່ານເອກອັກຄະລັດຖະທູດ Ted Osius ຢືນຢັນວ່າ, ໃນຖານະຕຳແໜ່ງຂອງຕົນ, ໄລຍະຈະມາເຖິງ, ບັນດານັກຊ່ຽວຊານອາເມລິກາ ຈະຮ່ວມມືຢ່າງຕັ້ງໜ້າ ແລະ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບຫວຽດນາມໃນວິວັດການສ້າງກົດໝາຍວ່າດ້ວຍການເຫຼື້ອມໄສສາສະໜາ ແລະ ກົດໝາຍວ່າດ້ວຍສະມາຄົມ, ບົນຈິດໃຈຮ່ວມມື, ສະໜັບສະໜູນຜົນສຳເລັດຂອງຫວຽດນາມ, ບົນພື້ນຖານເຄົາລົບປະເທດຫວຽດນາມ ເອກະລາດ, ໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນ.