ຫວຽດນາມຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຂອງລະບົບສິດທິມະນຸດ

ຫວຽດນາມຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຂອງລະບົບສິດທິມະນຸດ - ảnh 1
(ພາບ​ປະ​ກອບ)

(vovworld) - ຫວຽດ​ນາມ ​ຕັ້ງ​ໜ້າ​ເຂົ້າ​ຮ່ວ​ມ​ການ​ເຄື່ອນ​ໄຫວ​ຂອງ​ລະ​ບົບ​ສິດ​ທິ​ມະ​ນຸດ, ນີ້​ແມ່ນຄຳ​ຢືນ​ຢັນ​ຂອງທ່ານ Dennis Curry, ​ຜູ້​ຕາງ​ໜ້າ​ໂຄງ​ການ​ພັດ​ທະ​ນາ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ຫວຽດ​ນາມ (UNDP) ທີ່ “ການ​ໂອ້​ລົມ​ສົນ​ທະ​ນາ​ເນື່ອງ​ໃນ​ໂອ​ກາດ​ວັນ​ສິດ​ທິ​ມະ​ນຸດ​ໂລກ”, ໂດຍ​ສະ​ຖາ​ບັນ​ການ​​ທູດ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ສົມ​ທົບ​ກັບ UNDP ຈັດ​ຕັ້ງ​ໃນ​ວັນ​ທີ 10/12, ຢູ່​ຮ່າ​ໂນ້ຍ. ທ່ານ Dennis Curry ໄດ້​ຫວນ​ຄືນ​ບັນ​ດ​າ​ໝາກ​ຜົນ​ເຊິ່ງ​ຫວຽດ​ນາມ ບັນ​ລຸ​ໄດ້​ຄື: ຮັບ​ຮອງ​ເ​ອົາ 7/9 ສົນ​ທິ​ສັນ​ຍາ, ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສ​ຳ​ມະ​ນາ​ກ່ຽວ​ກັບ​ສິດ​​ທິ​ມະ​ນຸດ ແລະ ປະ​ຈຸ​ບັນ​ພວມ​ແມ່ນ​ສະ​ມາ​ຊິກ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ… ນອກ​ຈາກນັ້ນ, ສະ​ພາ​ແຫ່ງ​ຊາດ​ຍັງ​ຮັບ​ຮອງ​ເອົາ​ປະ​ມວນ​ກົດ​ໝາຍ​ອາ​ຍາ (ສະ​ບັບ​ປັບ​ປຸງ) ແລະ ​ປະ​ມວນກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ອາ​ຍາ (ສະ​ບັບ​ປັບ​ປຸງ), ສ້າງ​ການ​ຫັນ​ປ່ຽນ​​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ຕອບ​ສະ​ໜອງບັນ​ດາ​ມາດ​ຖານ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ຢ່າງ​ຕັ້ງ​ໜ້າ.

      ແບ່ງ​ປັນ​ທີ່ການ​ໂອ້​ລົມ​ສົນ​ທະ​ນາ​, ນັກ​ສຶກ​ສາ​ສະ​ຖາ​ບັນ​ການທູດ ຖື​ວ່າ, ເລື່ອງ​ປັບ​ປຸງ ແລະ ປະ​ກ​າດ​ໃຊ້​ລັດ​ຖະ​ທຳ​ມະ​ນູນ 2013 ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ໃຫຍ່​ຫຼວງ​ຂອງ​ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ​ສິດ​​ທິ​ມະ​ນຸດ. ພິ​ເສດ, ເລື່ອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຮັບ​ຮອ​ງ​ເອົາ​ການ​ປ່ຽນ​ເພດ, ຮັບ​ຮູ້​ສິດ​ຂອງ​ຜູ້​ປ່ຽນ​ເພດ… ແມ່ນ​ບາດ​ກ້າວ​​ເປັນໜ້າ​ຮັບ​ຮູ້​ຂອງ​ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ.

ຂ່າວ/ບົດ​ອື່ນ