(ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ)
(vovworld) - ທ່ານຜູ້ຟັງທີ່ເຄົາລົບ! ປີໃໝ່ 2013 - ກ່ອນທີ່ກ້າວເຂົ້າສູ່ປີໃໝ່ປີມະເສງ, ທ່ານ ປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ໃຫ້ສຳພາດຕໍ່ນັກຂ່າວ VOV . ທ່ານໄດ້ຕີລາຄາສູງບັນດາຜົນງານຊຶ່ງປະຊາຊົນຫວຽດນາມຍາດມາໄດ້ໃນປີ 2012, ພິເສດໃນຂົງເຂດ ການພົວພັນຕ່າງປະເທດ, ພ້ອມກັນນັ້ນ ກໍຊີ້ອອກບັນດາ ໜ້າທີ່ສຳຄັນຂອງປະເທດຊາດໃນປີ 2013, ໃນນັ້ນມີການ ສ້າງໂຄງປະກອບເສດຖະກິດຄືນໃໝ່, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ. ຕໍ່ໄປນີ້, ວິທະຍຸກະຈາຍສຽງຫວຽດນາມຂໍຄັດສະເໜີເນື້ອໃນບົດສຳພາດດັ່ງກ່າວ. ເຊີນທ່ານຕິດຕາມຮັບຟັງ .
ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໃຫ້ຮູ້ວ່າ: ໃນປີ 2012, ຫວຽດນາມໄດ້ປະຕິບັດນະໂຍບາຍການຕ່າງປະເທດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ່ 11 ຂອງພັກກອມມູນິດຫວຽດນາມ. ຫວຽດນາມມີແຜນນະໂຍບາຍເປັນເພື່ອນ ແລະ ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງປະຊາຄົມໂລກ, ເພື່ອສັນຕິພາບ, ການຮ່ວມມື, ພັດທະນາ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫວຽດນາມບໍ່ພຽງແຕ່ ເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດເສດຖະກິດເທົ່ານັ້ນ, ຫາກຍັງເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ນັບທັງດ້ານການເມືອງ, ການຕ່າງປະເທດ ແລະ ອື່ນໆ. ດ້ວຍ ນະໂຍບາຍການຕ່າງປະເທດທີ່ຖືກຕ້ອງ, ເພື່ອນມິດສາກົນນັບມື້ນັບມີຄວາມເຊື່ອໝັ້ນ, ສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າກ່ວາເຂົ້າໃນວິວັດການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ. ບໍ່ພຽງແຕ່ ເສດຖະກິດ-ສັງຄົມຂອງຫວຽດນາມມີບາດກ້າວພັດທະນາເທົ່ານັ້ນ, ທີ່ຕັ້ງບົດບາດ ຂອງຫວຽດນາມໃນເວທີ່ສາກົນກໍໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງອີກດ້ວຍ. ທ່ານ ປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຊີ້ແຈ້ງວ່າ (ເທບ)
“ ປີ 2012 ແມ່ນປີທີ່ຟົດຟື້ນທີ່ສຸດສຳລັບການເຄື່ອນໄຫວພົວພັນຕ່າງປະເທດ. ໃນປີ 2012, ໄດ້ມີກ່ວາ 30 ຄະນະຜູ້ແທນຂັ້ນສູງນຳໂດຍປະມຸກລັດ, ຜູ້ນຳສູງສຸດຂອງລັດຖະບານ, ບັນດາອົງການນິຕິບັນຍັດຂອງປະເທດຕ່າງໆໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບຫວຽດນາມ. ຄວາມສົນໃຈຂອງບັນດາປະເທດອາຊີ, ອາຟະລິກາ, ອາເມລິກາລາຕິນ, ເອີລົບທີ່ມີຕໍ່ຫວຽດນາມແມ່ນນັບມື້ນັບເພີ່ມຂຶ້ນ. ເຂົາເຈົ້າເອົາໃຈໃສ່ທີ່ສຸດເຖິງຫວຽດນາມ ແລະ ມີຄວາມຫວັງຢ່າງຍິ່ງກ່ຽວກັບ ການຮ່ວມມືກັບຫວຽດນາມໃນສະເພາະໜ້າກໍຄືຍາວນານ. ນັ້ນແມ່ນບັນດາການພົວພັນທີ່ມີຜົນປະໂຫຍດນັບທັງ 2 ຝ່າຍ ແລະ ຫຼາຍຝ່າຍ ”
ຕາມທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ແລ້ວ, ລັກສະນະເປີດອົກເປີດໃຈ ແລະ ປະຊາທິປະໄຕຢູ່ຫວຽດນາມແມ່ນນັບມື້ນັບໄດ້ຮັບການປະຕິບັດຢ່າງກ້ວາງຂວາງກ່ວາໃນໝູ່ປະຊາຊົນ, ໃນຊີວິດສັງຄົມ ກໍຄືໃນການເຄື່ອນໄຫວຂອງອົງການພັກ, ລັດ, ສະພາແຫ່ງຊາດ ກໍແມ່ນຂີດໝາຍຂອງປີ 2012.
ຕາມທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ແລ້ວ, ເພື່ອໃຫ້ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນຢ່າງສຳເລັດຜົນ, ບັນຫາປະຕິຮູບລະບອບບັນຍັດ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ກໍ່ສ້າງພື້ນຖານໂຄງລ່າງໄດ້ຮັບຖືວ່າ ແມ່ນບັນດາຂອດບຸກທະລຸ. ເພາະສະນັ້ນ, ຫວຽດນາມຕ້ອງສືບຕໍ່ຍູ້ໄວລະດັບການພັດທະນາ ແລະ ສ້າງໂຄງປະກອບໂຄງລ່າງໃຫ້ສົມບູນແບບ. ການແກ່ງແຍ້ງສາກົນຂອງບັນດາວິສາຫະກິດຕ້ອງໄດ້ຮັບຄວາມເອົາໃຈໃສ່ຫຼາຍກ່ວາອີກ. ປະຈຸບັນ, ຫວຽດນາມພວມປັບປຸງເພີ່ມເຕີມລັດຖະທຳມະນູນປີ 1992. ຄາດວ່າ ພາຍຫຼັງທີ່ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດເມື່ອທ້າຍປີ 2013, ຈະມີເອກະສານດ້ານກົດໝາຍຫຼາຍສະບັບທີ່ຈະປັບປຸງເພີ່ມເຕີມເພື່ອຫັນ ລັດຖະທຳມະນູນປີໃໝ່ເປັນລະອຽດນັ້ນ ຈະໄດ້ຮັບການປະກາດໃຊ້, ໃນນັ້ນມີບັນຫາສຳຄັນແມ່ນສ້າງລະບອບເສດຖະກິດການຕະຫຼາດໃຫ້ສົມບູບແບບຕາມກຳນົດທິດສັງຄົມນິຍົມ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຊີ້ແຈ້ງວ່າ (ເທບ)
“ ພວກເຮົາພວມຕັດສິນໃຈປ່ຽນແປງ, ສ້າງໂຄງປະກອບເສດຖະກິດຄືນໃໝ່ເພື່ອພັດທະນາແບບຍືນຍົງກ່ວາ, ມີຄຸນນະພາບກ່ວາ, ຈາກນັ້ນ ຮັບປະກັນຈຸດໝາຍເຖິງປີ 2020, ຫວຽດນາມກາຍເປັນປະເທດອຸດສາຫະກຳ ແລະ ທັນສະໄໝໂດຍພື້ນຖານ. ໃນ 2 ປີທີ່ຜ່ານມາ ແລະ ນັບທັງປີ 2013, ພວກເຮົາຕ້ອງຜ່ານຜ່າໄລຍະ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຍອມຮັບລະດັບເຕີບໂຕຕ່ຳກ່ວາໄລຍະກ່ອນນີ້; ແຕ່ພ້ອມກັນນັ້ນ, ຕ້ອງປ່ຽນແປງຄຸນນະພາບການເຕີບໂຕຂອງພື້ນຖານເສດຖະກິດ, ກະກຽມປະຖົມປັດໄຈໃຫ້ແກ່ໄລຍະຕໍ່ໆໄປໃຫ້ ພັດທະນາວ່ອງໄວ ແລະ ຍືນຍົງກ່ວາ”.