ຫວຽດນາມຕ້ອງມີການກະທຳ,ບືນຕົວຂຶ້ນເສີມຂະຫຍາຍແຫລ່ງຊັບພະຍາກອນມະນຸດຢ່າງຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ

(VOVWORLD) -ຕອນບ່າຍວັນທີ 19 ກັນຍາ, ໃນຂອບເຂດເວທີປາໄສການປະຕິຮູບ ແລະ ພັດທະນາຫວຽດນາມປີ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ນຳກອງປະຊຸມຄົບຄະນະ ດ້ວຍຫົວຂໍ້: “ການກະທຳເພື່ອ ຄວາມວັດທະນາຖາວອນຂອງ ຫວຽດນາມ”. 
ຫວຽດນາມຕ້ອງມີການກະທຳ,ບືນຕົວຂຶ້ນເສີມຂະຫຍາຍແຫລ່ງຊັບພະຍາກອນມະນຸດຢ່າງຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ - ảnh 1ເວທີປາໄສການປະຕິຮູບ ແລະ ພັດທະນາຫວຽດນາມປີ 2019 

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ຫວຽດນາມ ສ້າງຍຸດທະສາດພັດທະນາໄລຍະ 2021- 2030 ໃນສະພາບການສາກົນ, ພາກພື້ນ ມີການຜັນແປຫລາຍຢ່າງຍາກທີ່ຄາດຄະເນໄດ້. ສິ່ງນີ້ຮຽກຮ້ອງ ຫວຽດນາມ ຕ້ອງສືບຕໍ່ປະຕິບັດ 3 ຍຸດທະສາດກ່ຽວກັບການສ້າງລະບອບລະບຽບການໃຫ້ສົມບູນແບບ, ພັດທະນາພື້ນຖານໂຄງລ່າງ,ເສີມຂະຫຍາຍແຫລ່ງຊັບພະຍາກອນມະນຸດ ດ້ວຍບັນດາທັດສະນະພັດທະນາຢ່າງແຮງ.

ທີຫນຶ່ງ ຕ້ອງຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບດ້ານການເມືອງ, ສັງຄົມເພື່ອການພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ. ທີສອງ ປະຕິບັດການປ່ຽນແປງໃຫມ່ລະບອບນະໂຍບາຍດ້ານເສດຖະກິດຢ່າງແຮງ, ຫັນໄປສູ່ພື້ນຖານເສດຖະກິດການຕະຫລາດຢູ່ ຫວຽດນາມ ໃຫ້ທັນສະໄຫມ, ເຊື່ອມໂຍງ, ຮັບໃຊ້ປະຊາຊົນ, ວິສາຫະກິດ. ທີ ສາມ ເສີມຂະຫຍາຍກຳລັງແຮງພາຍໃນ. ທີ 4 ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ມີຄວາມສາມາດຮັບມືຢ່າງສູງ. ທີ 5 ເປີດກວ້າງການພົວພັນຕ່າງປະເທດ, ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກວ້າງຂວາງ, ປະຕິບັດສັນຍາ FTA ຢ່າງມີປະສິດທິຜົນ.”

ຕອບກັບ

ຂ່າວ/ບົດ​ອື່ນ