ຫວຽດນາມຕ້ອງສ້າງ ນະໂຍບາຍ ແລະຍຸດທະສາດ ອຸດສາຫະກຳຄືນໃໝ່

ວັນ​ທີ 14 ທັນ​ວາ ຢູ່​ຮ່າ​ໂນ້ຍ, ກະຊວງ​ອຸດສາຫະກຳ ການຄ້າ ຫວຽດນາມ ​ແລະ ອົງການ​ພັດທະນາ​ອຸສາ​ຫະກຳ ສະຫະປະຊາຊາດ ​ໄດ້​ປະກາດ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ແກ່ງ​ແຍ້​ງ ດ້ານ ອຸດສາຫະກຳ​ປີ 2011 ( VICR 2011 ). ບົດ​ລາຍ​ງານ​ໄດ້​ຍົກ​ອອກ 5 ຂົງ​ເຂດ​ນະ​ໂຍບາຍ​ທີ່​ເປັນ​ໄລ​ກອນ​ຊຶ່ງ​ລັດຖະບານ​ຫວຽດນາມ​ຄວນ​ສຸມ​ໃສ່​ກະທຳ. ຕາມ​ການສະ​ເໜີ​ແລ້ວ, ການຫັນເປັນ​ການ​ຄ້າ​ເສລີ​ຢູ່​ຫວຽດນາມ​ແມ່ນ 1 ​ໃນ​ບັນດາ​ກຳລັງ​ໜູນ​ຕົ້ນ​ຕໍ່​ຂອງ​ການ​ເຕີບ​ໂຕ​ເສດຖະກິດ, ​ແຕ່​ບໍ່​ແມ່ນ​ປັດ​ໃຈ​ທີ່​ມີ​ກຳລັງ​ແຮງ​ຢ່າງ​ພຽງພໍ ​ເພື່ອ​ປະຕິບັດ​ການ​ຫັນປ່ຽນ​ໂຄງ​ປະກອບ. ​ເພາະສະ​ນັ້ນ, ລັດຖະບານ​ຫວຽດນາມ​ຄວນ​ຕ້ອງ​ມີ​ຍຸດ​ທະ​ສາດ​ພັດທະນາ​ອຸດສາຫະກຳ​ໃໝ່ ບົນ​ພື້ນຖານ​ສ້າງ​ໂຄງ​ປະກອບ​ ຂະ​ແໜງ​ອຸດ​ສະຫະ​ກຳ​ຄືນ​ໃໝ່ ​ແນ​ໃສ່​ສ້າງ​ການ​ຫັນປ່ຽນສູ່​ຂະ​ແໜງອຸດສາຫະກຳ​ເຕັກ​ໂນ​​ໂລ​ຢີສູງ. ທ່ານ​ຮອງ​ລັດຖະມົນຕີ ກະຊວງ​ອຸດສາຫະກຳ-ການຄ້າຫວຽດນາມ ​ເລກ​ວາງ​ເຢືອງ ຢືນຢັນ​ວ່າ : ບົດ​ລາຍ​ງານ​ໄດ້​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ທີ່​ສຳຄັນ​ຊຶ່ງ​ໄດ້​ຊ່ວຍ​ຂະ​ແໜງ​ອຸດສາຫະກຳ​ ຫວຽດນາມ ມີ​ທິດ​ທາງພັດທະນາ​ສອດຄ່ອງ​ກັບ​ທ່າ​ອຽງ​ເຊື່ອມ​ໂຍງ ​ແລະ ​ແກ່ງ​ແຍ້​ງ​ໃນ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ