ຫວຽດນາມຕ້ອນຮັບບັນດາຄະນະສະເພາະກິດຕ່າງປະເທດມາສຳຫລວດການຈັດຕັ້ງກອງປະຊຸມ WEF ອາຊຽນປີ 2018 ຢູ່ ຮ່າໂນ້ຍ

(VOVWORLD) -ວັນທີ 23 ສິງຫາ ຢູ່ ຫໍປະຊຸມແຫ່ງຊາດ , ຄະນະຈັດຕັ້ງກອງປະຊຸມເວທີປາໄສເສດຖະກິດໂລກ່ຽວກັບ ອາຊຽນ ປີ 2018 (WEF ASEAN 2018 ) ໄດ້ຈັດຕັ້ງບັນດາການເຄື່ອນໄຫວສຳຫລວດການຈັດຕັ້ງກອງປະຊຸມ WEF ASEAN 2018  

ເພື່ອແນໃສ່ສະຫນອງຂໍ້ມູນຂ່າວ ສານ ແລະ ກາລະໂອກາດສຳຫລວດພື້ນຖານໂຄງລ່າງໃຫ້ແກ່ຜູ້ຕາງຫນ້າບັນດາປະເທດ. ກອງປະຊຸມ WEF ASEAN 2018 ແມ່ນຫນຶ່ງໃນບັນດາການເຄື່ອນໄຫວການຕ່າງປະເທດຫລາຍຝ່າຍສຳຄັນ ແລະ ໃຫຍ່ສຸດຂອງຫວຽດນາມ ໃນປີ 2018, ດຳເນີນແຕ່ວັນທີ 11-13 ກັນຍາ ຢູ່ ຮ່າໂນ້ຍ. ຄາດວ່າ ຈະມີຜູ້ແທນສາກົນ ແລະ ພາຍໃນປະເທດ ປະມານ 1000 ຄົນເຂົ້າຮ່ວມກອງປະຊຸມ, ໃນນັ້ນ ມີການນຳຂັ້ນສູງບັນດາປະເທດອາຊຽນ ແລະ ພາກພື້ນກໍຄື ການນຳບັນດາກຸ່ມບໍລິສັດເສດຖະກິດແຖວຫນ້າໃນໂລກ.

ຄະນະສະເພາະກິດຕ່າງປະເທດມາສຳຫລວດບັນດາສະຖານທີ່ຈັດຕັ້ງການເຄື່ອນໄຫວຂອງກອງປະຊຸມ, ສູນການຂ່າວ ແລະ ສະຫນາມບິນສາກົນ ໂນ້ຍບາຍ. ຄະນະສະເພາະກິດຕ່າງປະເທດ ແລະ ຜູ້ຕາງຫນ້າສະຖານທູດບັນດາປະເທດ ຕີລາຄາສູງວຽກງານກະກຽມຢ່າງລອບຄອບຖີ່ຖ້ວນຂອງປະເທດເຈົ້າພາບ ແລະ ຢືນຢັນວ່າ ຈະສົມທົບກັນຢ່າງແຫນ້ນແຟ້ນກັບຫວຽດນາມ ເພື່ອກະກຽມໃຫ້ຄະນະຜູ້ແທນປະເທດຕົນເຂົ້າຮ່ວມກອງປະຊຸມເປັນຢ່າງດີສຸດ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ WEF ASEAN 2018.

ຕອບກັບ

ຂ່າວ/ບົດ​ອື່ນ